ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຕ້ອນຮັບລັດຖະມົນຕີການຕ່າງປະເທດ ອາແຊກບາຍຊານ

(VOVWORLD) -ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ຊົມເຊີຍບັນດາໝາກຜົນອັນດີງາມຂອງການເຈລະຈາລະຫວ່າງ   ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບິງມິນ  ແລະ ທ່ານລັດຖະມົນຕີການຕ່າງປະເທດ ອາແຊກບາຍຊານ

ຕອນບ່າຍວັນທີ 13 ກັນຍາ, ທີ່ການຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດ ອາແຊກບາຍຊານ Elmar Mammadyarov,  ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ຊົມເຊີຍບັນດາໝາກຜົນອັນດີງາມຂອງການເຈລະຈາລະຫວ່າງ   ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບິງມິນ  ແລະ ທ່ານລັດຖະມົນຕີການຕ່າງປະເທດ ອາແຊກບາຍຊານ Elmar Mammadyarov  , ໂດຍສະເພາະແມ່ນບັນດາມາດຕະການທີ່ 2 ຝ່າຍໄດ້ແລກປ່ຽນເພື່ອຊຸກຍູ້ການພົວພັນລະຫວ່າງ 2 ປະເທດ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ສະເໜີ 2 ຝ່າຍຊຸກຍູ້ການແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ ແລະ ຊຸກຍູ້ການພົວພັນ 2 ຝ່າຍ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເນັ້ນໜັກວ່າ 2 ປະເທດຄວນຮັກສາ ແລະ ເສີມຂະຫຍາຍກົນໄກຄະນະກຳມາທິການລະຫວ່າງລັດຖະບານກ່ຽວກັບການຮ່ວມມືເສດຖະກິດ- ການຄ້າ ແລະ ວິທະຍາສາດເຕັກນິກ, ຜ່ານນັ້ນເພື່ອກຳນົດບັນດາຂົງເຂດທີ່ 2 ຝ່າຍມີທ່າແຮງ.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຕ້ອນຮັບລັດຖະມົນຕີການຕ່າງປະເທດ ອາແຊກບາຍຊານ - ảnh 1ການເຈລະຈາລະຫວ່າງ   ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບິງມິນ  ແລະ ທ່ານລັດຖະມົນຕີການຕ່າງປະເທດ ອາແຊກບາຍຊານ Elmar Mammadyarov 

    ກ່ອນໜ້ານັ້ນ, ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບິງມິນ ໄດ້ມີການເຈລະຈາກັບທ່ານລັດຖະມົນຕີການຕ່າງປະເທດ ອາແຊກບາຍຊານ Elmar Mammadyarov  ຊຶ່ງພວມຢ້ຽມຢາມຫວຽດນາມຢ່າງເປັນທາງການ. ກ່າວຄຳເຫັນທີ່ການເຈລະຈາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບິງມິນ ໄດ້ຍົກອອກບາງຂໍ້ສະເໜີເພື່ອຊຸກຍູ້ການຮ່ວມມື 2 ຝ່າຍ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບິງມິນ ກ່າວວ່າ : (ເທບ)

    “ 2 ຝ່າຍໄດ້ເຫັນດີຄວນເສີມຂະຫຍາຍປະສິດທິຜົນຂອງກົນໄກປະຊຸມຄະນະກຳມາທິການລະຫວ່າງລັດຖະບານກ່ຽວກັບການຮ່ວມມືທາງດ້ານເສດຖະກິດ, ການຄ້າລະຫວ່າງຫວຽດນາມ ແລະ ອາແຊກບາຍຊານເພື່ອເປັນເອກະພາບກັນກ່ຽວກັບມາດຕະການເພີ່ມທະວີການຮ່ວມມືລະອຽດໃນຂົງເຂດທີ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງນີ້, ເປັນຕົ້ນແມ່ນໃນຂົງເຂດຮັບບຸລິມະສິດເຊັ່ນ : ນ້ຳມັນອາຍແກັສ ແລະ ຖືວ່າ ນີ້ແມ່ນທິດຮ່ວມມືຈຸດສຸມທີ່ມີລັກສະນະຍຸດທະສາດຍາວນານ.  ”

     ສ່ວນທ່ານລັດຖະມົນຕີການຕ່າງປະເທດ ອາແຊກບາຍຊານ Elmar Mammadyarov ໄດ້ເນັ້ນໜັກເຖິງບັນດາກາລະໂອກາດຮ່ວມມືໃໝ່ລະຫວ່າງ 2 ຝ່າຍໃນຂົງເຂດຄົມມະນາຄົມຂົນສົ່ງ.

     ລັດຖະມົນຕີການຕ່າງປະເທດທັງສອງໄດ້ແລກປ່ຽນກ່ຽວກັບບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ກ່ຽວກັບບັນຫາທະເລຕາເວັນອອກ, 2 ຝ່າຍເຫັນດີນຳກັນວ່າ ຕ້ອງແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ເຄົາລົບຕາມກົດໝາຍສາກົນ.

 

ຕອບກັບ

ຂ່າວ/ບົດ​ອື່ນ