ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກພົບປະກັບປະທານສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກພົບປະກັບປະທານສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກພົບ​ປະ​ກັບ​ທ່ານ ອີ​ເຈີ້ງ​ເຊິງ, ປະ​ທານ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ


(vovworld)-​​ ທີ່​ການ​ພົບ​ປະ​ກັບ​ທ່ານ ອີ​ເຈີ້ງ​ເຊິງ, ປະ​ທານ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ ດຳ​ເນີນ​ໄປ​ໃນ​ຕອນ​ບ່າຍ​ວັນ​ທີ 12/9, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຕີ​ລາ​ຄາ​ສູງ​ການ​ຮ່ວມ​ມື​ຢ່າງ​ແຫນ້ນ​ແຟ້ນ​ລະ​ຫວ່າງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ແລະ ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ໃນ​ໄລ​ຍະ​ຜ່ານ​ມາ ແລະ ປາດ​ຖະ​ຫນາ​ວ່າ ໄລ​ຍະ​ຈະ​ມາ​ເຖິງ, ສອງ​ຝ່າຍ​ຈະ​ສືບ​ຕໍ່​ສົມ​ທົບ​ກັນ​ຢ່າງ​ແຫນ້ນ​ແຟ້ນ, ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ຕົນ​ໃນ​ການ​ຊຸກ​ຍູ້​ການ​ພົວ​ພັນ​ແລກ​ປ່ຽນ ແລະ ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂ​ດ​ລະ​ຫວ່າງສອງ​ປະ​ເທ​ດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ທ່ານ​ປະ​ທານ​ສະ​ພາ​ປຶກ​ສາ​ການ​ເມືອງ​ແຫ່ງ​ຊາດ​ຈີນ ອີ​ເຈີ້ງ​ເຊິງ ໄດ້​ຢືນ​ຢັນ: ພັກ, ລັດ​ຖະ​ບານ ແລະ ປະ​ຊາ​ຊົນ​ຈີນ ຍາ​ມ​ໃດ​ກໍ​ຢືດ​ໝັ້ນ​ທິດ​ນຳ ບ້ານ​ໃກ້​ເຮືອນ​ຄຽງ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ຮອບ​ດ້ານ, ສະ​ຖຽນ​ລະ​ພາບ​ຍາວ​ນານ, ມຸ່ງ​ໄປ​ເຖິງ​ອະ​ນາ​ຄົດ​ເພື່ອ​ຮັກ​ສາ ແລະ ເສີ​ມ​ຂະ​ຫຍາຍ​ນ້ຳ​ໃຈ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ ຈີນ ແລະ ຫວຽດ​ນາມ ຢ່າງບໍ່​ຢຸດຢັ້ງ, ມາ​ນະ​ພະ​ຍາ​ຍາມ​ນຳ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ສືບ​ຕໍ່​ພັດ​ທະ​ນາ​ເປັນ​ປົກ​ກະ​ຕິ, ປອດ​ໃສ, ໝັ້ນ​ຄົງ. ທ່ານ ອີ​ເຈີ້ງ​ເຊິງ ເຫັນ​ດີ ຮັກ​ສາ​ການ​ແລກ​ປ່ຽນ​ຢ່າງ​ແຫນ້ນ​ແຟ້ນ​ລະ​ຫວ່າງ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ ກັບ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ, ຊຸກ​ຍູ້​ການ​ພົວ​ພັນ​ແລກ​ປ່ຽນ​ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ ແລະ ປະ​ຊາ​ຊົນ​ທຸກ​ຊັ້ນ​ວັນ​ນະ​ຂອງ​ສອງ​ປະ​ເທດ, ປັບ​ປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງ​ກັນ ແລະ​ກັນ, ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ຫນ້າ​ໃຫ້​ແກ່​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ.

ຕອບກັບ

ຂ່າວ/ບົດ​ອື່ນ