ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບລັດຖະມົນຕີການຕ່າງປະເທດ ລີບີ

(VOVWORLD) - ຕອນບ່າຍວັນທີ 8 ທັນວາ, ຢູ່ສຳນັກງານນາຍົກລັດຖະມົນຕີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານນາງ MarJon Vashti Kamara, ລັດຖະມົນຕີການຕ່າງປະເທດ ລີບີ.

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີຖືວ່າ, ຄວາມສາມາດບົ່ມຊ້ອນໃນການຮ່ວມມືລະຫວ່າງສອງປະເທດຍັງມີຫຼາຍຢູ່, ພ້ອມທັງປາຖະໜາວ່າ ສອງປະເທດຄວນຊຸກຍູ້ບັນດາໂຄງການຮ່ວມມືຢ່າງລະອຽດ ເພື່ອແນໃສ່ນຳການຮ່ວມມືເຂົ້າສູ່ລວງເລິກ, ເສີມຂະຫຍາຍຄວາມສາມາດບົ່ມຊ້ອນທີ່ມີຢູ່ແລ້ວຢ່າງສຸດຂີດ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີສອງປະເທດ ເພື່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຄະນະຜູ້ແທນຂັ້ນສູງ. ທ່ານສະເໜີຝ່າຍ ລີບີ ສ້າງເງື່ອນໄຂສະດວກເພື່ອໃຫ້ສິນຄ້າ ຫວຽດນາມ ໄດ້ນຳເຂົ້າຕະຫຼາດນີ້; ໃນນັ້ນບຸລິມາສິດບັນດາຜະລິດຕະພັນທີ່ ຫວຽດນາມ ມີທ່າແຮງ ແລະ ລີບີ ມີຄວາມຕ້ອງການ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ສະເໜີສອງຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກວ່າອີກໃນບັນດາເວທີສາກົນ ແລະ ພາກພື້ນ.

        ສ່ວນທ່ານນາງ MarJon Vashti Kamara, ລັດຖະມົນຕີການຕ່າງປະເທດ ລີບີ ກໍ່ໃຫ້ຮູ້ວ່າ ລີບີ ສະໜັບສະໜູນ ຫວຽດນາມ ກາຍເປັນສະມາຊິກຂອງສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020-2021 ແລະ ປາຖະໜາວ່າ ສອງປະເທດຊຸກຍູ້ວົງເງິນການຄ້າສອງສົ້ນໃຫ້ພັດທະນາຢ່າງແຮງໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ