ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບການນຳຫຼັກແຫຼ່ງແຂວງ ທ໊າຍບິ່ງ.

(VOVWORLD) -ແຂວງ ທ໊າຍບິ່ງ ໄດ້ບັນລຸ ແລະ ລຶ່ນກາຍ ຄາດໝາຍເສດຖະກິດສັງຄົມເກືອບທັງໝົດ ເມື່ອ ທຽບໃສ່ມະຕິ ທີ່ ກອງປະຊຸມໃຫຍ່ອົງຄະນະພັກແຂວງວາງອອກ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບການນຳຫຼັກແຫຼ່ງແຂວງ ທ໊າຍບິ່ງ. - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ການເຮັດວຽກ 

ຕອນບ່າຍວັນທີ 14 ກຸມພາ, ຢູ່ແຂວງ ທ໊າຍບິ່ງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ເປັນປະທານໃນການເຮັດວຽກລະຫວ່າງການນຳບັນດາກະຊວງ, ຂະແໜງກັບການນຳຫຼັກແຫຼ່ງແຂວງທ໊າຍ ບິ່ງ. ກ່າວຄຳເຫັນສະຫຼຸບການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕີລາຄາວ່າ ແຂວງ ທ໊າຍບິ່ງ ໄດ້ບັນລຸ ແລະ ລຶ່ນກາຍຄາດໝາຍເສດຖະກິດສັງຄົມເກືອບທັງໝົດເມື່ອທຽບໃສ່ມະຕິທີ່ກອງປະຊຸມໃຫຍ່ອົງຄະນະພັກແຂວງວາງອອກ; ມີຫຼາຍຂົງເຂດ ແລະ ຄາດໝາຍແຖວໜ້າໃນທົ່ວປະເທດ, ໃນນັ້ນມີການກໍ່ສ້າງຊົນນະບົດໃໝ່. ໃນປີນີ້ ທາງແຂວງສູ້ຊົນມີ 100% ຈຳນວນຕາແສງທີ່ບັນລຸໄດ້ມາດຖານຊົນນະບົດໃໝ່, ແຂວງກໍ່ພວມມີບັນດາແຜນຜັງເມືອງເພື່ອພັດທະນາຖືກທິດ, ມີແບບມີແຜນ, ໃນນັ້ນມີເຂດອຸດສາຫະກຳທີ່ນຳໃຊ້ໃຫ້ແກ່ກະສິກຳເຂດທົ່ງພຽງພາກເໜືອ. ດ້ວຍເລື່ອງມານະພະຍາຍາມປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ທາງແຂວງໄດ້ດຶງດູດນັກລົງທຶນເປັນຈຳນວນຫຼວງຫຼາຍ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ຮຽກຮ້ອງແຂວງ ທ໊າຍບິ່ງ ສືບຕໍ່ພັດທະນາການຫັນກະສິກຳເປັນທັນສະໄໝ, ຜະລິດສິນຄ້າຂອບຂະໜາດໃຫຍ່, ໝູນໃຊ້ຄວາມກ້າວໜ້າດ້ານວິທະຍາສາດເຕັກນິກ, ຜົນງານຂອງຂະບວນການປະຕິວັດອຸດສາຫະກຳ 4.0 ເຂົ້າໃນການຜະລິດກະສິກຳ. ພ້ອມກັນນັ້ນ, ແມ່ນການພັດທະນາບັນດາຮູບແບບອຸດສາຫະກຳເພື່ອເສີມຂະຫຍາຍແຫຼ່ງແຮງງານຂອງ ແຂວງ ທ໊າຍບິ່ງ, ໃນນັ້ນມີອຸດສາຫະກຳເຕັກໂນໂລຢີສູງ, ຄຸນຄ່າເພີ່ມສູງ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ