ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ພົບປະ ກັບຜູ້ມີສິດເລືອກຕັ້ງ ນະຄອນຫາຍຟ່ອງ

ຕອນ​ເຊົ້າວັນ​ທີ 7/12, ທ່ານ​ນາ​ຍົກ​ລັດຖະມົນຕີ​ຫວຽດນາມ ຫງວຽນ​ເຕີນ​ຢູງ, ສສຊ ນະຄອນ ຫາຍ​ຟ່ອງພ້ອມ​ກັບ​ຄະນະ​ ສສຊ ນະ​ຄອນ ​ໄດ້​ລົງພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ ​ເພື່ອ​ລາຍ​ງານ​ໝາກຜົນ​ຂອງ​ກອງ​ປະຊຸມ​ສະ​ໄໝ​ສະມັນ​ເທື່ອ​ທີ່ 2 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13. ທີ່​ການ​ພົບ​ປະ, ທານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ​ໄດ້​ລາຍ​ງານ​ບັນດາ​ຜົນງານ​ທີ່​ດີ​ເດັ່ນ​ຂອງ​ພື້ນຖານ​ເສດຖະກິດ​ຫວຽດນາມ​ໃນ ປີ 2011 ​ເຊິ່ງຜູ້​ມີ​ສິດ​ເລືອກ​ຕັ້ງ​ມີ​ຄວາມ​ສົນ​​ໃຈ, ພິ​ເສດ​ແມ່​ນ​ເສດຖະກິດ​ມະຫາ​ພາກ​ນັບ​ມື້​ນັບ​ເປັນ​ປົກກະຕິ, ​ໄພ​ເງິນ​ເຟີ້​ໄດ້​ຮັບ​ການ​ຄວບ​ຄຸມ, ການ​ເຕີບ​ໂຕ​​ເສດຖະກິດໄດ້​ຖືກຮັກສາ​ຢູ່​ໃນ​ລະດັບ ​ເກ​ືອບ 6%.​.. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ເວົ້າ​ວ່າ:“ພ້ອມ​ກັບ​​ເລື່ອງ​ຮັບປະກັນ​ເສດຖະກິດ​ມະຫາ​ພາກ, ຄວບ​ຄຸມ​ໄພ​ເງິນ​ເຟີ້, ​ແກ້​ໄຂ​ບັນດາ​ຄວາມ​ຫຍຸ້ງ​ຍາກ, ຮັກສາ​ການ​ຜະລິດ, ການ​​ເຕີບ​ໂຕ​ເສດຖະກິດ​ບັນລຸປະມານ 6% .​..​ ລັດຖະບານ​ຫວຽດນາມ​ຈະ​ຕັດສິນ​ໃຈ​ສ້າງ​ໂຄງ​ປະກອບ​ເສດຖະກິດ​ຄື​ນ​ໃໝ່ ​ເຊິ່ງຈຸດ​ສຸມ​ແມ່ນ​ສ້າງ​ໂຄງ​ປະກອບ​ການ​ລົງທຶນ​ແຫ່ງ​ລັດ​ຄືນ​ໃໝ່, ສ້າງ​ໂຄງ​ປະກອບ​ທະນາຄານ ​ແລະ ລັດວິ​ສາ​ຫະກິດຄືນ​ໃໝ່​ຕາມ​ທິດ​​ເຮັດ​​ໃຫ້​ພື້ນຖານ​ເສດຖະກິດ ​ແລະ ວິ​ສາ​ຫະກິດ​ມີ​ປະສິດ​ທິຜົນ​ກ່ວາ, ການ​ລົງທຶນ​ແຫ່ງ​ລັດ ​ແລະ ລະບົບ​ທະນາຄານ​ມີ​ປະສິດທິ​ຜົນ​ກ່ວາ. ບັນດາ​ຄວາມ​ຄິດ​ຄວາມ​ເຫັນ​ເຊິ່ງ ຜູ້​ມີ​ສິດ​ເລືອກ​ຕັ້ງ​ຫາ​ກໍ່​ຍົກ​ອອກ​ມາ​ກ່ຽວ​ກັບ​ການ​ສຸມ​ໃສ່​ການ​ລົງທຶນ ​ແລະ ບໍ່​ລົງທຶນ​ແບບ​ກະ​​ແຈກກະ​ຈາ​ຍ​ແມ່ນ​ຖືກຕ້ອງທີ່​ສຸດ ​ແລະ ລັດຖະບານ​ຫວຽດນາມ​ຈະ​ປະຕິບັດ​​ແຕ່​​​ເວລານີ້ ຢ່າງ​ເດັດຂາດ”

ກໍ່​ໃນ​ຕອນ​ເຊົ້າ​ວັນ​ທີ 7/12, ທ່ານ​ນາ​ຍົກັດ​ຖະມົນຕີ ຫງວຽນ​ເຕີນ​ຢູງ ​ໄດ້​ເຂົ້າ​ຮ່ວມ ​ແລະ ກ່າວ​ປາ​ໄສ​ທີ່​ວາລະ​ໄຂ​ກອງ​ປະຊຸມ​ຄັ້ງ​ທີ່ 3 ສະພາ ປະຊາຊົນນະຄອນ ຫາຍ​ຟ່ອງຊຸດ​ທີ 14.

ຕອນ​ບ່າຍ​ວັນ​ດຽວກັນ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ​ໄດ້​​ໄປ​ຢ້ຽມຢາມ​ພະນັກງານ, ກຳມະ​ກອນ​ສັງກັດໂຮງງານ​ຕໍ່​ກ່ຳ​ປັນ ຮົ່ງຮ່າ ທີ່​ຂຶ້ນ​ກັບກົມ​ໃຫຍ່​ອຸດສາຫະກຳ​ປ້ອງ​ກັນ​ປະ​ເທດ.

ຂ່າວ/ບົດ​ອື່ນ