ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ໄດ້ໄປຢ້ຽມຢາມ VOV

ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ໄດ້ໄປຢ້ຽມຢາມ VOV - ảnh 1
(ພາບ:http://nguyentandung.org)

ຕອນ​ຄ່ຳວັນ​ທີ 27/12, ຢູ່ ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ​ໄດ້​ໄປ​ຢ້ຽມຢາມ​ວິທະຍຸ​ກະຈາຍສຽງ​ຫວຽດນາມ. ນີ້​ແມ່ນ​ຄວາມ​ເປັນ​ກຽດ​ທີ່​ໃຫຍ່​ຫຼວງ​ຂອງ​ການ​ນຳ, ນັກ​ຂ່າວ, ພາລະ​ກອນ, ນັກ​ເຕັກນິກ​ຂອງ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ກ່ອນ​ທີ່​ກ້າວ​ເຂົ້າ​ສູ່​ປີ​ໃໝ່, ​ເຊິ່ງ​ແມ່ນ​ປີທີ່​ລັດຖະບານ​ເລືອກ​ເຝັ້ນ​ເປັນ​ປີ​ແຫ່ງ​ຄວາມ​ປອດ​ໄພ​ທາງ​ຄົມມະນາຄົມ​ແຫ່ງ​ຊາດ. ​ໃນ​ນັ້ນ​ຊ່ອງ VOV ຄົມມະນາຄົມ​ເວົ້າ​ສະ​ເພາະ ​ແລະ ​ວິທະຍຸ​ກະຈາຍສຽງ​ຫວຽດນາມ​ເວົ້າ​ລວມ ພວມ​ມີ​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ ​ໃນ​ການ​ຫຼຸດຜ່ອນ​ສະພາບ​ລົດ​ຕິດ ​ແລະ​ຮັບປະກັນ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ຮັບປະກັນ​ຄວາມ​ປອດ​ໄພ​ທາງ​ຄົມມະນາຄົມ. ກ່າວ​ຄວາມ​ເຫັນທາງ​ຊ່ອງ VOV ຄົມມະນາຄົມ ຂອງ​ວິທະຍຸ​ກະຈາຍສຽງ​ຫວຽດນາມ, ທ່ານ​ນາຍົກໆ ຫງວຽນ​ເຕິ໋ນຢຸງ  ​ເນັ້ນ​ໜັກ​ວ່າ: ລັດຖະບານ​ໄດ້​ຖື​ປີ 2012 ​ແມ່ນ ”ປີ​ແຫ່ງຄວາມ​ປອດ​ໄພ​ທາງ​ຄົມມະນາຄົມ”, ວາງ​ບັນດາ​ມາດ​ຕະການ​ລວມສູນ​ໃນ​ການ​ຊີ້​ນຳ​ປະຕິບັດ​ຢ່າງ​ຂ້ຽວຂາດ ​ເພື່ອ​ແນ​ໃສ່​ສ້າງ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ຮັບປະກັນ​ຄວາມ​ປອດ​ໄພ​ທາງ​ຄົມມະນາຄົມ​ໃນ​ທົ່ວ​ປະ​ເທດ ​ແລະ​ ຫຼຸດຜ່ອນ​ສະພາບ​ລົດ​ຕິດ​ຢູ່​ບັນດາ​ນະຄອນ​ໃຫຍ່.

    ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ  ​ໄດ້​ຍ້ອງຍໍ​ຊົມ​ເຊີຍ​ບັນດາ​ຄວາມ​ມານະ​ພະຍາຍາມ ​ແລະ ຜົນງານ​ທີ່​ສຳຄັນ ​ເຊິ່ງ ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ບັນລຸ​ໄດ້​ໃນ​ປີຜ່ານມາ, ພິ​ເສດ​ແມ່ນ​ເລື່ອງ​ຜັນ​ຂະຫຍາຍ​ການ​ສ້າງ​ຊ່ອງ VOV ຄົມມະນາຄົມ ຢູ່ ຮ່າ​ໂນ້ຍ ​ແລະ ນະຄອນ ​ໂຮ່ຈີ​ມິນ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ  ​ເນັ້ນ​ໜັກ​ວ່າ:

    ”ຂ້າພະ​ເຈົ້າ​ຮຽກຮ້ອງ​ໃຫ້ວິທະຍຸ​ກະຈາຍສຽງ​ຫວຽດນາມ  ຮີບ​ເຮັ່ງ​ສ້າງ​ສຳ​ເລັດ​ບັນດາ​ລະບຽບ​ການ​ອັນ​ຈຳ​ເປັນ ​ເພື່ອ​ຜັນ​ຂະຫຍາຍ​ໂຄງການ VOV ຄົມມະນາຄົມ ​ໂດຍ​ໄວ, ​​ໃຫ້ກາຍ​ເປັນ​ຊ່ອງ​ສະໜອງ​ຂໍ້​ມູນ​ຂ່າວ​ທີ່​ມີ​ປະ​ໂຫຍ​ດ, ປະກອບສ່ວນ​ຕັ້ງໜ້າ​ເຂົ້າ​ໃນ​ການ​ຮັບປະກັນ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ຄວາມ​ປອດ​ໄພ​ທາງ​ຄົມມະນາຄົມ​ໃນ​ທົ່ວ​ປະ​ເທດ”.

ເນື່ອງ​ໃນ​ໂອກາດ​ກ້າວ​ເຂົ້າ​ສູ່​ປີ​ໃໝ່, ທ່ານ​ໄດ້​ຝາກ​ຄຳ​ຢື້​ຢາມ​ຖາມ​ຂ່າວ​ອັນ​ສະໜິດສະໜົມ ​ແລະ ຄຳ​ອວຍພອນ​ທີ່ດີ​ທີ່​ສຸດ​ເຖິງ​ປະຊາຊົນ, ທະຫານ​, ຕຳຫຼວດ, ທ່ານ​ຜູ້​ຟັງ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ພ້ອມ​ກັບ​ພະນັກງານ, ນັກ​ຂ່າວ, ນັກ​ສິລະ​ປິນ ທຸກ​ຄົນ​ຂອງ​ວິທະຍຸ​ກະຈາຍສຽງ​ຫວຽດນາມ. ກໍ່​ຄື​ອວຍພອນ​ວິທະຍຸ​ກະຈາຍສຽງ​ຫວຽດນາມ​ສືບ​ຕໍ່​ພັດທະນາ, ຍາດ​ໄດ້ຜົນ​ງານ​ອັນ​ໃຫຍ່​ຫຼວງ​ຫຼາຍ​ຢ່າງ​ກວ່າ​ອີກ, ສົມ​ກັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ​ຄວາມ​ຮັກ​ຂອງ​ພັກ ແລະ​ ປະຊາຊົນ​ທົ່ວ​ປະ​ເທດ.

ຂ່າວ/ບົດ​ອື່ນ