ຕອນບ່າຍວັນທີ 2/12, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ຢຸງ ໄດ້ໃຫ້ການຕ້ອນຮັບຜູ້ອຳນວຍການຝ່າຍບໍລິຫານຂອງທະນາຄານໂລກ (WB) ທ່ານນາງ Sry Mulyani Indrawati ເຊິ່ງພວມປະຕິບັດງານຢູ່ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ຢຸງ ເນັ້ນໜັກວ່າ ປີ 2012, ຫວຽດນາມສືບຕໍ່ປະຕິບັດນະໂຍບາຍໃຫ້ບຸລິມະສິດແກ່ການຄວບຄຸມໄພເງິນເຟີ້, ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຮັບປະກັນຊີວິດສັງຄົມ ແລະຮັກສາການເຕີບໂຕໃຫ້ຢູ່ໃນລະດັບເໝາະສົມ, ປະຕິບັດຈຸດໝາຍເຕີບໂຕທາງດ້ານເສດຖະກິດ ຕິດພັນກັບຄວາມກ້າວໜ້າ ແລະ ຄວາມຍຸຕິທຳສັງຄົມ… ທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ຢຸງ ກໍ່ສະແດງຄວາມປາຖະໜາວ່າ, ທະນາຄານໂລກສືບຕໍ່ຮ່ວມມື, ໜູນຊ່ວຍ ຫວຽດນາມ ຢ່າງຕັ້ງໜ້າກວ່າອີກ, ໂດຍສະເພາະແມ່ນໃນການແບ່ງປັນບົດຮຽນ, ເປັນທີ່ປຶກສານະໂຍບາຍ, ໜູນຊ່ວຍແຫຼ່ງກຳລັງ ໂດຍຜ່ານບັນດາໂຄງການປະຕິບັດຈຸດໝາຍພັດທະນາຄື ຈຸດໝາຍເຕີບໂຕ, ລົບລ້າງຄວາມທຸກຍາກອຶດຫີວ, ສ້າງພື້ນຖານໂຄງລ່າງເສດຖະກິດສັງຄົມ, ສ້າງໂຄງປະກອບເສດຖະກິດຄືນໃໝ່.