( vovworld ) - ຕອນບ່າຍວັນທີ 25/7, ຢູ່ສຳນັກງານລັດຖະບານ ທີ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ໄດ້ໃຫ້ການຕ້ອນຮັບທ່ານນາງ Pamela Cox, ຮອງປະທານທະນາຄານໂລກ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ Nguyen Tan Dung ໄດ້ຖືວ່າ, ເຖິງວ່າບັນລຸໄດ້ບັນດາຜົນງານໃນໄລຍະທີ່ຜ່ານມາກໍຕາມ ແຕ່ພື້ນຖານເສດຖະກິດຂອງຫວຽດນາມ ຍັງບໍ່ທັນມີຄວາມໝັ້ນຄົງ, ຄຸນນະພາບ, ປະສິດທິຜົນ ແລະ ກຳລັງແກ່ງແຍ້ງຍັງຕໍ່າ, ອັດຕາຄອບຄົວທຸກຍາກຍັງສູງຢູ່... ເພາະສະນັ້ນ, ນອກຈາກການເສີມຂະຫຍາຍກຳລັງແຮງພາຍໃນແລ້ວ, ຫວຽດນາມ ຢາກໄດ້ຮັບການໜູນຊ່ວຍໃຫ້ຄຳປຶກສາດ້ານນະໂຍບາຍ ແລະ ນັບທັງແຫຼ່ງການເງິນບຸລິມະສິດ ເພື່ອຮັກສາບັນດາຜົນງານທີ່ບັນລຸໄດ້, ປະກອບສ່ວນເຂົ້າໃນພັດທະນາແບບຍືນຍົງ. ບົນຈິດໃຈດັ່ງກ່າວ, ທ່ານນາຍົກລັດຖະມົນຕີ Nguyen Tan Dung ປາດຖະນາວ່າ ທະນາຄານໂລກຈະສືບຕໍ່ຮັກສາແຫຼ່ງທຶນໃຫ້ກູ້ຢືມ ບຸລິມະສິດແກ່ຫວຽດນາມ ໃນການລົງທຶນພັດທະນາພື້ນຖານໂຄງລ່າງ, ພ້ອມທັງຢືນຢັນວ່າ, ລັດຖະບານຫວຽດນາມ ຈະສືບຕໍ່ມີບັນດາມາດຕະການຢ່າງຂ້ຽວຂາດ ເພື່ອເພີ່ມທະວີປະສິດທິຜົນການນຳໃຊ້ ແລະ ຍູ້ແຮງລະດັບການປ່ອຍເງິນບັນດາແຫຼ່ງທຶນຂອງທະນາຄານໂລກ.
ຕີລາຄາສູງບັນດາຜົນງານພັດທະນາເສດຖະກິດສັງຄົມເຊິ່ງຫວຽດນາມ ບັນລຸໄດ້, ທ່ານນາງ Pamela Cox ໄດ້ຢືນຢັນວ່າ ຍາມໃດທະນາຄານໂລກ ກໍຮຽງບ່າຮຽງໄຫຼ່ກັບຫວຽດນາມ ໃນວິວັດການພັດທະນາ. ທ່ານນາງຮອງປະທານທະນາຄານໂລກ ສະເໜີໃຫ້ຫວຽດນາມ ສືບຕໍ່ສຸມໃສ່ການປ່ອຍເງິນຢ່າງວ່ອງໄວ ແລະ ມີປະສິດທິຜົນສຳລັບແຫຼ່ງທຶນໜູນຊ່ວຍຂອງທະນາຄານໂລກ.