ທ່ານນາຍົກລັດຖະມົນຕີ ອີຕາລີ MatteoRenzi ເລີ່ມຕົ້ນການຢ້ຽມຢາມຫວຽດນາມຢ່າງເປັນທາງການ

ທ່ານນາຍົກລັດຖະມົນຕີ ອີຕາລີ MatteoRenzi ເລີ່ມຕົ້ນການຢ້ຽມຢາມຫວຽດນາມຢ່າງເປັນທາງການ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອີ​ຕາ​ລີ Matteo Renzi
(ພາບ:AFP/TTXVN)

(vovworld) – ໂດຍ​ໄດ​້​ຮັບ​ຄຳ​ເຊີ​ນ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ເຕີ໋ນ​ຢູ້ງ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອີ​ຕາ​ລີ Matteo Renzi ເດີນ​ທາງ​ມາຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ​ນັບ​ແຕ່​ວັນ​ທີ 9 – 10/6/2014. ການ​ຢ້ຽມ​ຢາມ ຫວຽດ​ນາມ ຂອງທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອີ​ຕາ​ລີ Matteo Renzi ປະ​ກອບ​ສ່ວນ​ຊຸກ​ຍູ້​ສາຍ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງສອງ​ປະ​ເທດໃນ​ທຸກ​ຂົງ​ເຂດ, ​ເປັນ​ຕົ້ນ​ແມ່ນດ້ານ​ການ​ເມືອງ, ເສດ​ຖະ​ກິດ, ການ​ຄ້າ.

    ບັນ​ດາ​ໜັງ​ສື​ພິມ​ສຳ​ຄັນ​ຂອງ ຫວຽດ​ນາມ​ສະ​ບັບ​​ອອກວັນ​ທີ 9/6 ​ໄດ້​ລົງ​ພິມຂ່າວ, ບົດ​ຕ່າງໆກ່ຽວ​ກັບ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຂອງທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອີ​ຕາ​ລີ Matteo Renzi. ບົດ​​ນຳ​ທີ່​ມີ​ຫົວ​ຂໍ້​ວ່າ “ ນຳ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ອີ​ຕາ​ລີ ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່” ຂອງໜັງ​ສື​ພິມ ເຍີນ​ເຢີນ (ສຽງ​ຂອງ​ພັກກອມ​ມູ​ນິດ ຫວຽດ​ນາມ) ຢືນ​ຢັນ​ການ​ຢ້ຽມຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ​ຂ​ອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Matteo Renzi ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ສອງ​ຝ່າຍ​ແລກ​ປ່ຽນ​ບັນ​ດາ​ມາດ​ຕະ​ການຊຸກ​ຍູ້​​ການ​ພົວ​ພັນຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ. ໜັງ​ສື​ພິມ ກວນ​ໂດ້ຍ​ເຍີນ​ເຢີນ (ສຽງ​ຂອງກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ) ມີ​ບົດ​​ນຳ “ ຍູ້​ແຮງ​ການ​ຮ່ວມ​ມື​ຢ່າງ​ແທດ​ຈິງ​ໃນ​ຂອບ​ເຂດ​​ການ​ພົວ​ພັນຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ອີ​ຕາ​ລີ”. ບົດ​​ນຳ​ຖື​ວ່າ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຂອງທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Matteo Renzi ​ໄດ້ເປີດ​ຫຼາຍມາດ​ຕະ​ການ​ຍູ​້​ແຮງ​ການ​ຮ່ວມ​ມື​​ຢ່າງ​ແທດ​ຈິງ​ໃນ​ທຸກ​ຂົງ​ເຂດ​ໃນຂອບ​ເຂດ​​ການ​ພົວ​ພັນຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ອີ​ຕາ​ລີ, ແນ​ໃສ່​ຂຸດ​ຄົ້ນຄວາມ​ສາ​ມາດ​ບົ່ມ​ຊ​ອ້ນສອງ​ຝ່າຍຢ່າງ​ສູງ​ສຸດ.

     ເນື່ອງ​ໃນ​ໂອ​ກາດນີ້, ວິ​​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ສົ່ງ​ເຖີງ​ທ່ານ​ຜູ້​ຟັງ​ບົດ​ຂຽນ​ກ່ຽວ​ກັບ “ ສາຍ​ພົວ​ພັນ​ຮ່ວມ​ມື ຫວຽດ​ນາມ - ອີ​ຕາ​ລີ”. ເຊີນ​ທ່ານ​ຕິດ​ຕາມ​ຮັບ​ຟັງ​ພາຍຫຼັງ​ພາກ​ຂ່າວ​ນີ້… 



ຂ່າວ/ບົດ​ອື່ນ