ທ່ານນາຍົກລັດຖະມົນຕີ Nguyen Tan Dung ເຂົ້າຮ່ວມພິທີເປີດສະຫຼອງໂຮງໝໍ K
( ພາບ: chinhphu.vn )
(vovworld) - ຕອນເຊົ້າວັນທີ 19/8, ຢູ່ທີ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ Nguyen Tan Dung ໄດ້ເຂົ້າຮ່ວມພິທີເປີດສະຫຼອງໂຮງໝໍ K ຮາກຖານ Tan Trieu (ໄລຍະ 1) ດ້ວຍຂອບຂະໜາດ 300 ຕຽງ. ໂຮງໝໍ K ຮາກຖານ Tan Trieu ຖືກນຳເຂົ້າເຄື່ອນໄຫວ ຈະມີຄວາມໝາຍອັນແທດຈິງ ປະກອບສ່ວນຍົກສູງຄວາມສາມາດ ແລະ ແກ້ໄຂບັນຫາເກີນຄວາມສາມາດໃນການກວດ ແລະ ປິ່ນປົວພະຍາດໂລກມະເຮັງຢູ່ຫວຽດນາມ ເວົ້າລວມ ແລະ ເຂດພາກເໜືອເວົ້າສະເພາະ. ທ່ານນາຍົກລັດຖະມົນຕີກໍຮຽກຮ້ອງໃຫ້ກະຊວງສາທາລະນະສຸກ ສືບຕໍ່ຊີ້ນຳຍົກສູງຄວາມສາມາດໃນການກວດ ແລະ ປິ່ນປົວພະຍາດໂລກມະເຮັງຢູ່ບັນດາໂຮງໝໍ, ໂດຍສະເພາະແມ່ນໂຮງໝໍສູງກາງ ແລະ ໂຮງໝໍແຂວງ; ສູມໃສ່ຊີ້ນຳການລົງທຶນກໍ່ສ້າງຍົກສູງລະດັບໂຮງໝໍຕາມບັນດາແຜນຮ່າງ ແລະ ແຜນສັງລວມກ່ຽວກັບການພັດທະນະໂຮງໝໍກວດປິ່ນປົວພະຍາດທີ່ໄດ້ຮັບການອະນຸມັດຜ່ານ.