ທ່ານປະທານປະເທດຕ້ອນຮັບ ຄະນະຜູ້ແທນສານປຊຊສູງສຸດ ລາວ

ທ່ານປະທານປະເທດຕ້ອນຮັບ ຄະນະຜູ້ແທນສານປຊຊສູງສຸດ ລາວ  - ảnh 1
( ພາບ : http://dangcongsan.vn)

ຕອນ​ບ່າຍ​ວັນ​ທີ 12/12, ຢູ່ ຮ່າ​ໂນ້ຍ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ສານ​ປະຊາຊົນ​ສູງ​ສຸດ​ລາວ ໂດຍ​ທ່ານ ຄຳ​ພັນ ສິດທິ​ດຳ​ພາ, ກຳມະການ​ສູນ​ກາງ​ພັກ ປະຊາຊົນ ປະຕິວັດ​ລາວ, ຫົວໜ້າ​ສານ​ປະຊາຊົນ​ສູງ​ສຸດ ​ເປັນ​ຫົວໜ້າ​ຄະນະ ທີ່​ພວມ​ຢູ່​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ຢືນຢັນ​ວ່າ ຍາມ​ໃດ​ຫວຽດນາມ​ກໍ່​ຖື​ເປັນ​ສຳຄັນ, ຮັກສາ ​ແລະ ພັດທະນາ​ສາຍ​ພົວພັນ​ມິດ​ຕະພາບ​ແບບ​ພິ​ເສດ ຫວຽດນາມ - ລາວ. ທ່ານ​ປະທານ​ປະ​ເທດ​ໃຫ້​ຮູ້​ວ່າ, ຫວຽດນາມ​ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື​ກັບ​ລາວ​ໃນ​ການ​ບຳລຸງ​ສ້າງ​ພະນັກງານ​ໃຫ້​ແກ່​ຂະ​ແໜງ​ສານ​ຂອງ​ລາວ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ຫວັງ​ວ່າ​ຂະ​ແໜງ​ສານ​ຂອງ​ສອງ​ປະ​ເທດ​ສືບ​ຕໍ່​ພັດທະນາ​ສາຍ​ພົວພັນ​ຮ່ວມ​ມື, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ພັດທະນາ​ລວມຂອງ​ແຕ່ລະ​ປະ​ເທດ, ກໍ່​ຄື​ຮັດ​ແໜ້ນ​ສາຍ​ພົວພັນ​ຮ່ວມ​ມື​ແບບ​ພິ​ເສດ​ລະຫວ່າງ​ສອງ​ປະ​ເທດ​ກວ່າ​ອີກ.

ຂ່າວ/ບົດ​ອື່ນ