ທ່ານປະທານປະເທດເຈີນດ້າຍກວາງຕ້ອນຮັບລັດຖະມົນຕີກະຊວງປ້ອງກັນປະເທດອິນໂດເນເຊຍ
(ທ່ານປະທານປະເທດເຈີນດ້າຍກວາງຕ້ອນຮັບ
ລັດຖະມົນຕີກະຊວງປ້ອງກັນປະເທດອິນໂດເນເຊຍ)
(vovworld) - ຕອນບ່າຍວັນທີ 08/08, ຢູ່່ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດອິນໂດເນເຊຍ Ryamizard Ryacudu ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ, ທ່ານປະທານປະເທດ ເຈີນດ້າຍກວາງ ໄດ້ຕີລາຄາສູງໝາກຜົນການຮ່ວມມືລະຫວ່າງ 2 ປະເທດໃນໄລຍະຜ່ານມາ, ໂດຍສະເພາະແມ່ນການເມືອງ, ເສດຖະກິດ, ວັດທະນະທຳ ແລະ ການປ້ອງກັນຊາດປ້ອງກັນຄວາມສະຫງົບ. ທ່ານປະທານປະເທດ ເຈີນດ້າຍກວາງ ປາດຖະໜາຢາກໃຫ້ອິນໂດເນເຊຍ ພ້ອມກັບຫວຽດນາມ ແລະ ບັນດາປະເທດອາຊຽນ ອື່ນຊຸກຍູ້ການປະຕິບັດບັນດາຄາດໝາຍຂອງປະຊາຄົມອາຊຽນ. ທ່ານປະທານປະເທດ ເຈີນດ້າຍກວາງ ສະເໜີໃຫ້ກະຊວງປ້ອງກັນປະເທດ 2 ປະເທດ ຕັ້ງໜ້າຜັນຂະຫຍາຍບັນດາເນື້ອໃນຮ່ວມມືດ້ານປ້ອງກັນຊາດທີ່ໄດ້ຕົກລົງແລ້ວຢ່າງມີປະສິດທິຜົນ. ທ່ານປະທານປະເທດ ເຈີນດ້າຍກວາງ ສະເໜີໃຫ້ບັນດາກຳລັງປະຕິບັດໜ້າທີ່ຢູ່ທະເລຂອງ 2 ປະເທດ ຕ້ອງມີມາດຕະການສຶກສາ, ສະກັດກັ້ນຊາວປະມົງເມື່ອລະເມີດເຂດນ່ານທະເລຂອງກັນ.