ທ່ານປະທານປະເທດເຈີນດ້າຍກວາງພົບປະກັບຄະນະພົວພັນຕິດຕໍ່ອະດີດທະຫານອາສາສະໝັກແລະຜູ້ຊ່ຽວຊານຫວຽດນາມຢູ່ລາວ
ທ່ານປະທານປະເທດເຈີນດ້າຍກວາງທີ່ການພົບປະ
|
(vovworld)- ຕອນບ່າຍວັນທີ 28/4, ທີ່ການພົບປະກັບຄະນະພົວພັນຕິດຕໍ່ທະຫານອາສາສະໝັກ ແລະ ຜູ້ຊ່ຽວຊານການທະຫານຫວຽດນາມ ຢູ່ ລາວ, ທ່ານປະທານປະເທດເຈີນດ້າຍກວາງ ໄດ້ຢືນຢັນວ່າ: ພັກ, ລັດ ຫວຽດນາມ ແລະ ລາວ ຍາມໃດກໍສະແດງຄວາມຮູ້ບຸນຄຸນ, ຈົດຈຳ ແລະ ຕີລາຄາສູງຄຸນງາມຄວາມດີອັນໃຫຍ່ຫລວງຂອງບັນດານັກຮົບເກົ່າ, ອະດີດຜູ້ຊ່ຽວຊານຢູ່ລາວ. ສາຍພົວພັນມິດຕະພາບແບບພິເສດ ຫວຽດນາມ - ລາວ ໄດ້ຮັບການກໍ່ຕັ້ງ, ຮັດແຫນ້ນດ້ວຍການເສຍສະຫລະເລືອດເນື້ອຂອງທະຫານ ແລະ ປະຊາຊົນສອງປະເທດ, ມີລັກສະນະຄວາມເປັນຕາຍສຳລັບ 2 ຊາດຫວຽດນາມ - ລາວ ແລະ ແມ່ນຊັບສົມບັດອັນລ້ຳຄ່າເພື່ອໃຫ້ສອງປະເທດຮັກສາ, ເສີມຂະຫຍາຍຜ່ານຜ່າຄວາມຫຍຸ້ງຍາກ. ທ່ານປະທານປະເທດ ຕີລາຄາສູງການປະກອບສ່ວນຢ່າງຕັ້ງຫນ້າຂອງບັນດານັກຮົບເກົ່າ, ອະດີດຜູ້ຊ່ຽວຊານຢູ່ລາວໃຫ້ແກ່ພັກ, ລັດ ແລະ ປາດຖະຫນາວ່າ ຈະສືບຕໍ່ປະກອບຄຳເຫັນ,ບົດຮຽນ ເພື່ອເພີ່ມພູນຄູນສ້າງໃຫ້ສາຍພົວພັນ ຫວຽດນາມ - ລາວ, ພ້ອມທັງເຊີດຊູແບບຢ່າງປະກອບສ່ວນສຶກສາມູນເຊື້ອໃຫ້ແກ່ລຸ້ນຫນຸ່ມສອງປະເທດ.