ທ່ານປະທານປະເທດເຈືອງເຕີ້ນຊາງຕ້ອນຮັບລັດຖະມົນຕີການຕ່າງປະເທດ ອັກເມເນຍ

    ທ່ານປະທານປະເທດເຈືອງເຕີ້ນຊາງຕ້ອນຮັບລັດຖະມົນຕີການຕ່າງປະເທດ ອັກເມເນຍ - ảnh 1
ທ່ານ​ປະທານປະເທດ ຫວຽດນາມ ເຈືອງເຕີ້ນຊາງ​ໃຫ້ການຕ້ອນຮັບ
ລັດຖະມົນຕີການຕ່າງປະເທດ ອັກເມເນຍ ​ນານ​ບານ​ດິອານ

 Vovworld- ຕອນບ່າຍ ວັນທີ 24 ກຸມພາ, ຢູ່​ຮ່າ​ໂນ້ຍ, ທ່ານ​ປະທານປະເທດ ຫວຽດນາມ ເຈືອງເຕີ້ນຊາງ​ໄດ້ໃຫ້ການຕ້ອນຮັບ ລັດຖະມົນຕີການຕ່າງປະເທດ ອັກເມເນຍ ທ່ານ​ນານ​ບານ​ດິອານ ຊຶ່ງພວມ​ຢ້ຽມຢາມ​ຫວຽດນາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ​ປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ​ໄດ້​ຢືນຢັນ​ວ່າ: ຫວຽດນາມ​ຖື​ເປັນ​ສຳຄັນ​ການ​ຮ່ວມມື​ຫຼາຍ​ດ້ານ​ກັບ ອັກ​ເມ​ເນຍ , ກ່ອນ​ອື່ນ​ໝົດ, 2 ຝ່າຍ​ຄວນ​ສຳ​ຫຼວດກວດຄືນ​ສິ່ງ​ທີ່​ຄ້າງ​ຄາ, ສ້າງ​ບັນດາ​ສັນຍາ​ໃຫ້​ສົມບູນ​ແບບ​ເພື່ອ​ເປັນ​ພື້ນຖານ​​ເພີ່ມ​ທະວີ​ການ​ຮ່ວມ​ໃນ​ຂົງ​ເຂດ​​ເສດຖະກິດ, ການ​ຄ້າ, ການ​ສຶກສາ, ບຳລຸງ​ສ້າງ. ​ໂດ​ຍຜ່ານ​ການ​ຮ່ວມ​ມື​ກັບ​ຫວຽດນາມ, ອັກ​ເມ​ເນຍ ຍັງ​ຈະ​ເປີດ​ກ້ວາງ​ການ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ໃນ​ກຸມ​ອາ​ຊຽນ​ເມື່ອ​ປະຊາ​ຄົມ​ເສດຖະກິດ​ພາກ​ພື້ນ​ໄດ້​ຮັບ​ການ​ສ້າງຕັ້ງ​ໃນ​ປີ 2015. ທ່ານ​ປະທານປະເທດ ຫວຽດນາມ ເຈືອງເຕີ້ນຊາງ ຖື​ວ່າ ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ, 2 ຝ່າຍ​ຄວນ​ຍູ້​ແຮງ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນສູງ ​ແລະ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ການ​ຢ້ຽມຢາມ​ຫວຽດນາມ​ຂອງ​ປະທາ​ນາທິບໍດີ​ ອັກ​ເມ​ເນຍ ​ໃນ​ເວລາ​ທີ່​ຈະ​ມາ​ເຖິງ ຈະ​ຫັນ​ການ​ຮ່ວມ​ມື​ເປັນ​ລະອຽດ, ​ແນ​ໃສ່​ນຳ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່.

   ສ່ວນ​ທ່ານ ລັດຖະມົນຕີການຕ່າງປະເທດ ອັກເມເນຍ ນານ​ບານ​ດິອານຖື​ວ່າ : 2 ຝ່າຍ​ຄວນ​ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ, ຊຸກຍູ້​ການ ແລກປ່ຽນພົວພັນ​ລະຫວ່າງ​ປະຊາຊົນ 2 ປະ​ເທດ, ກໍ​ຄື​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນ​ເພື່ອ​ນຳ​ການ​ພົວພັນ​ເຂົ້າ​ສູ່​ລວງ​ເລິກ ສົມ​ກັບ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ 2 ປ​ະເທດ.

ຂ່າວ/ບົດ​ອື່ນ