ທ່ານປະທານປະເທດເຈືອງເຕີນຊາງ
ຢ້ຽມຢາມພະນັກງານ, ລັດຖະກອນ ສະຖານທູດຫວຽດນາມ
ປະຈຳກູບາ
ພາບ:TTXVN
|
(vovworld)-
ວັນທີ 29/9, ໃນຂອບເຂດການຢ້ຽມຢາມກູບາ, ທ່ານປະທານປະເທດເຈືອງເຕີນຊາງ ພ້ອມກັບຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປຢ້ຽມຢາມພະນັກງານ, ລັດຖະກອນ ສະຖານທູດຫວຽດນາມ ປະຈຳກູບາ ແລະ ມີການໂອ້ລົມກັບພະນັກງານ, ຜູ້ຊ່ຽວຊານກູບາ ທີ່ມີໄລຍະເວລາເຮັດວຽກຢູ່ ຫວຽດນາມ. ທ່ານປະທານປະເທດ ເຈືອງເຕີນຊາງ ຢືນຢັນ: ຍາມໃດ ຫວຽດນາມກໍເຄົາລົບການປະກອບສ່ວນອັນລ້ຳຄ່າຂອງບັນດາເພື່ອນ ກູບາ ໃຫ້ແກ່ສາຍພົວພັນສາມັກຄີ ອ້າຍນ້ອງ, ການຮ່ວມມືຮອບດ້ານ ຫວຽດນາມ ກູບາ ໃນ 5 ທົດສະວັດຜ່ານມາ.
“ທຸກສິ່ງທຸກຢ່າງບັນລຸໄດ້ໃນການພົວພັນລະຫວ່າງສອງປະເທດ ກ່ອນອື່ນໝົດແມ່ນການປະກອບສ່ວນຂອງປະຊາຊົນ, ຂອງພັກ, ລັດ ຊື່ງໃນນັ້ນ ມີບົດບາດຂອງບັນດາເພື່ອນກູບາ ຍາມໃດກໍເພີ່ມພູນຄູນສ້າງໃຫ້ການພົວພັນສອງປະເທດ. ນີ້ແມ່ນການພົວພັນເປັນແບບຢ່າງໃນໂລກປະຈຸບັນ.”
ທ່ານປະທານປະເທດ ເຈືອງເຕີນຊາງ ເນັ້ນຫນັກວ່າ: ຫວຽດນາມ ພ້ອມແລ້ວແລກປ່ຽນບົດຮຽນກັບ ກູບາ ໃນວິວັດການອັບເດັດຮູບແບບເສດຖະກິດ. ການຢ້ຽມຢາມ ກູບາ ຄັ້ງນີ້ ເພື່ອສືບຕໍ່ປັບປຸງ ແລະ ເພີ່ມທະວີສາຍພົວພັນແບບພິເສດລະຫວ່າງສອງປະເທດ.