ທ່ານປະທານປະເທດເຈືອງເຕີນຊາງແລະທ່ານນາງ
ນາຍົກລັດຖະມົນຕີ ນອກແວ Erna Solberg
ພາບ:tuoitre.vn
|
(vovworld)-ທີ່ການພົບປະກັບນາຍົກລັດຖະມົນຕີ ນອກແວ Erna Solberg ໃນວັນທີ 25/9, ທ່ານປະທານປະເທດເຈືອງເຕີນຊາງ ຢືນຢັນ ຫວຽດນາມ ຖືເປັນສຳຄັນການພັດທະນາການພົວພັນມິດຕະພາບ ແລະ ການຮ່ວມມືກັບ ນອກແວ. ທ່ານນາງນາຍົກລັດຖະມົນຕີ ນອກແວ Erna Solberg ສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າການພົວພັນລະຫວ່າງສອງປະເທດມີບາດກ້າວພັດທະນາໃຫມ່ພາຍຫລັງການຢ້ຽມຢາມຫວຽດນາມ ຂອງທ່ານນາງໃນເດືອນ 4 ປີນີ້. ເພື່ອສືບຕໍ່ຊຸກຍູ້ການພົວພັນ ລະຫວ່າງຫວຽດນາມແລະ ນອກແວ ໃຫ້ພັດທະນາຢ່າງແຮງໃນໄລຍະຈະມາເຖິງ, ການນຳສອງທ່ານເຫັນດີ ສອງປະເທດຄວນຮັກສາການແລກປ່ຽນຄະນະຜູ້ແທນເປັນປະຈຳ ພິເສດແມ່ນເພີ່ມທະວີການເຄື່ອນໄຫວພົວພັນແລກປ່ຽນລະຫວ່າງວິສາຫະກິດ ແລະ ລະຫວ່າງບັນດາກະຊວງ, ຂະແຫນງການ, ທ້ອງຖິ່ນສອງປະເທດ. ທ່ານປະທານປະເທດເຈືອງເຕີນຊາງ ສະເຫນີ ລັດຖະບານ ນອກແວ ຊຸກຍູ້, ຫນູນຊ່ວຍບັນດາບໍລິສັດ ນອກແວ ຍູ້ແຮງການລົງທຶນຢູ່ຫວຽດນາມ, ພິເສດໃນຂົງເຂດຊື່ງສອງຝ່າຍມີທ່າແຮງ ແລະ ມີຄວາມຕ້ອງການ.