ທ່ານປະທານປະເທດເຈືອງເຕີນຊາງຢ້ຽມຢາມບັນດາກົມກອງທະຫານເຮືອຢູ່ກາມແຣງ

ທ່ານປະທານປະເທດເຈືອງເຕີນຊາງຢ້ຽມຢາມບັນດາກົມກອງທະຫານເຮືອຢູ່ກາມແຣງ - ảnh 1
ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ໄດ້​ລົງ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ກັບ​ບັນ​ດາ​​ກົ​ມ​ກອງ​ທະ​ຫານ​ເຮືອຢູ່ ກາມ​ແຣງ

ພາບ:vov

(vovworld)-​ ໃນ​ວັນ​ທີ 27 ແລະ 28/12, ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ໄດ້​ລົງ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ກັບ​ບັນ​ດາ​​ກົ​ມ​ກອງ​ທະ​ຫານ​ເຮືອ ຢູ່ ກາມ​ແຣງ ແຂວງ ແຄງ​ຮ່​ວາ. ນີ້​ແມ່ນ​ຖານ​ທີ່​ໝັ້ນ​ສຳ​ຄັນ​ຂອງ​ຫວຽດ​ນາມ. ເມື່ອ​ໂອ້​ລົມ​ກັບ​ບັນ​ດາ​ພະ​ນັກ​ງານ, ນັກ​ຮົບ​ຢູ່​ທີ່ນີ້, ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ເນັ້ນ​ຫນັກ​ວ່າ:

        “ຂ້າ​ພະ​ເຈົ້າ​ເນັ້ນ​ຫນັກ​ວ່າ ທັດ​ສະ​ນະ​ຂອງ​ພັກ ແລະ ລັດ ກ່ຽວ​ກັບ​ພື້ນ​ຖານ​ປ້ອງ​ກັນ​ຊາດ ແມ່ນ​ເພື່ອ​ປ້ອງ​ກັນ​ຊາດ. ການ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ ຍາມ​ໃດ​ກໍ​ແມ່ນ​ສອງ​ຫນ້າ​ທີ່​ຍຸດ​ທະ​ສາດ​ຂອງ​ປະ​ຕິ​ວັດ​ຫວຽດ​ນາມ. ສະ​ນັ້ນ ໃນ​ເງື່ອນ​ໄຂ​ພື້ນ​ຖານ​ເສດ​ຖະ​ກິດ​ຍັງ​ຈຳ​ກັດ, ພວກ​ເຮົາ​ມີ​ແຜນ​ນະ​ໂຍ​ບາຍ​ສ້າງ​ກຳ​ລັງ​ຫລັກ​ແຫລ່ງ​ຈຳ​ນວນ​ຫນຶ່ງ​ກ້າວ​ຂຶ້ນ​ທັນ​ສະ​ໄຫມ, ໃນ​ນັ້ນ ມີ​ເຫລົ່າ​ທັບ​ເຮືອ. ນີ້​ແມ່ນ​ຄ​ວາມ​ເປັນ​ກຽດ, ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ ແລະ ຄວາ​ມ​ຮັບ​ຜິດ​ຊອບ​ອັນ​ໃຫຍ່​ຫລວງ​ຊື່ງ​ສູນ​ກາງ, ກົມ​ການ​ເມືອງ, ຄະ​ນະ​ພັກ​ການ​ທະ​ຫານ​ສູນ​ກາງ ແລະ ກະ​ຊວງ​ປ້ອງ​ກັນ​ປະ​ເທດ ເຊື່ອ​ໝັ້ນ ແລະ ມອບ​ໃຫ້​ເຫົຼ່າ​ທັບ​ເຮືອ.”

ຂ່າວ/ບົດ​ອື່ນ