ທ່ານປະທານປະເທດເຈືອງເຕີນຊາງຢ້ຽມຢາມ,ອວຍພອນບຸນເຕັດຢູ່ເມືອງກູຈີ

ທ່ານປະທານປະເທດເຈືອງເຕີນຊາງຢ້ຽມຢາມ,ອວຍພອນບຸນເຕັດຢູ່ເມືອງກູຈີ - ảnh 1
ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີ​ນ​ຊາງຢ້ຽມ​ຢາມ​ເດັກ​ພິ​ການ
ພາບ:TTXVN

(vovworld)-ຕອນ​ເຊົ້າ​ວັນ​ທີ 16/2, ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີ​ນ​ຊາງ ພ້ອມ​ກັບ​ຄະ​ນະ​ການ​ນຳ​ຄະ​ນະ​ພັກ, ຄະ​ນະ​ກຳ​ມະ​ການ​ປ​ະ​ຊາ​ຊົນ, ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນ​ວ​ໂຮມ​ປະ​ເທດ​ຊາດ ນະ​ຄອນ ໂຮ່​ຈິ​ມີນ ໄດ້​ລົງ​ຢ້ຽມ​ຢາມ, ມອບ​ຂອງ​ຂວັນ​ບຸນ​ເຕັດ ຢູ່ ສູນ​ລ້ຽງ​ດູ ແລະ ປົກ​ປ້ອງ​ເດັກ​ພິ​ການ ທຽນ​ເຟືອກ. ນະ​ທີ່ນີ້, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີ​ນ​ຊາງ ຢືນ​ຢັນ: ລັດ, ທຸກ​ຂັ້ນ, ທຸ​ກ​ຂະ​ແຫນງ​ການ ຈະ​ຫນູນ​ຊ່ວຍ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ ເພື່ອ​ໃຫ້​ສູນນີ້​ມີ​ເງື່ອນ​ໄຂ​ດີ​ສຸດ​ ເບິ່ງ​ແຍງ​​ດູ​ແລ​ພວກ​ຫລານ. ແລະ​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ລົງ​ຢ້ຽມ​ຢາມ​ຄອບ​ຄົວ​ຊາວ​ກະ​ສິ​ກອນ​ດີ​ເດັ່ນ ສ້າງ​ຄວາມ​ຮັ່ງ​ມີ​ຈາກ​ໂຄງ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃຫມ່ ຢູ່ ຕາ​ແສງ ຍ້ວນ​ດືກ, ເມືອງ ກູ​ຈີ. ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ປາດ​ຖະ​ຫນາ​ຢາກ​ໃຫ້​ທ້ອງ​ຖິ່ນ​ສືບ​ຕໍ່​ເສີ​ມ​ຂະ​ຫຍາຍ​ທ່າ​ແຮງ​ໃນ​ການ​ປູກ​ຝັງ, ລ້ຽງ​ສັດ, ປະ​ກອບ​ສ່ວນ​ຍົກ​ສູງ​ຊີ​ວິດ​ການ​ເປັນ​ຢູ່​ທາງ​ດ້ານ​ວັດ​ຖຸ ແລະ ຈິດ​ໃຈ​ໃຫ້​ແກ່​ປະ​ຊາ​ຊົນ​.

 

 

 

 

 

ຂ່າວ/ບົດ​ອື່ນ