ທ່ານປະທານປະເທດເຈືອງເຕີນຊາງສົ່ງຈົດໝາຍອວຍພອນອາຍຸຍືນນັກ“ຮານ-ນົມວິທະຍາ”ຫວູຕວນຊານຄົບຮອບ100ປີ
ພາບປະກອບ:internet
|
(vovworld)- ຕອນເຊົ້າວັນທີ 9/3, ທ່ານປະທານປະເທດເຈືອງເຕີນຊາງ ໄດ້ສ່ົງຈົດໝາຍແລະ ຊໍ່ດອກໄມ້ອວຍພອນອາຍຸຍືນ ນັກ “ຮານ-ນົມວິທະຍາ” ຫວູຕວນຊານ ຢູ່ ຕາແສງ ດ້າຍກີມ ເມືອງ ຮ່ວາງມາຍ ນະຄອນ ຮ່າໂນ້ຍ ເນື່ອງໃນໂອກາດຄົບຮອບ 100 ປີ. ໃນຈົດໝາຍ, ທ່ານປະທານປະເທດ ເຈືອງເຕີນຊາງ ຊີ້ແຈ້ງວ່າ: ບັນດາຄຸນຄ່າວັດທະນະທຳອັນດີງາມໃນຕະຫລອດໄລຍະປະຫວັດສາດຂອງຊາດ ຄວນໄດ້ຍົກສູງຂຶ້ນ, ເຜີຍແຜ່ໃຫ້ຄົນລຸ້ນຫລັງ. ນັກ “ຮານ-ນົມວິທະຍາ” ຫວູຕວນຊານ ແມ່ນຫນຶ່ງໃນບັນດານັກ “ຮານ-ນົມວິທະຍາດ- ຮ່າໂນ້ຍ ວິທະຍາ” ໄດ້ມີການປະກອບສ່ວນຫລາຍຢ່າງທີ່ມີຄຸນຄຸ່າ ດ້ວຍບັນດາບົດນິພົນແຫ່ງການຄົ້ນຄ້ວາ, ການຮຽບຮຽງ, ແປ່ພາສາ. ທ່ານຫວູຕວນຊານ ເປັນແບບຢ່າງດີເດັ່ນໃນການລະດົມລຸ້ນຫນຸ່ມສືບທອດບັນດາຄຸນຄ່າວັດທະນະທຳອັນດີງາມຂອງຄົນລຸ້ນກ່ອນ.