ທ່ານປະທານປະເທດເຈືອງເຕີນຊາງເຂົ້າຮ່ວມກອງປະຊຸມສຸດຍອດກ່ຽວກັບການເຄື່ອນໄຫວສັນຕິພາບ

ທ່ານປະທານປະເທດເຈືອງເຕີນຊາງເຂົ້າຮ່ວມກອງປະຊຸມສຸດຍອດກ່ຽວກັບການເຄື່ອນໄຫວສັນຕິພາບ - ảnh 1
ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງ

(vovworld)-  ​ຕອນ​ບ່າຍ​ວັນ​ທີ 28/9, ​ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸດ​ສຸດຍອດ ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຮັກ​ສາ​ສັນ​ຕິ​ພາບ ດຳ​ເນີນ​ຢູ່ ນິວຢອກ, ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີ​ນ​ຊາງ ໄດ້​ເນັ້ນ​ຫນັກ​ວ່າ: ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃນ​ຖາ​ນະ​ແມ່ນ​ປະ​ເທດ​ໄດ້​ປະ​ກອບ​​ກຳ​ລັງ​ໃຫ້​ການ​ເຄື່ອນ​ໄຫວ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ ແຕ່​ປີ 2014 ແລະ ຫວຽດ​ນາມ ຈະ​ສືບ​ຕໍ່​ສົ່ງ​ທະ​ຫານ ໂຮງ​ໝໍ​ກາງ​ສະ​ຫນາມຊັ້ນ 2, ກອງ​ຊ່າງ​ແສງ ແລະ ສືບ​ຕໍ່​ສົ່ງ​ນາຍ​ທະ​ຫານ​ຕິດ​ຕໍ່​ສື​່​ສານ, ນາຍ​ທະ​ຫານ​ເສ​ນາ​ທິ​ການ ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ຮັກ​ສາ​ສັນ​ຕິ​ພາບ​ຂອງ ສ​ປ​ຊ. ເພື່ອ​ຜັນ​ຂະ​ຫຍາຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ຮັກ​ສາ​ສັນ​ຕິ​ພາບ ຂອງ ສ​ປ​ຊ ໃນ​ໄລ​ຍະ​ຈະ​ມ​າ​ເຖິງສຳ​ເລັດ​ຜົນ, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ສະ​ເຫນີ ສ​ປ​ຊ ຄວ​ນ​ຮັກ​ສາ​ບັນ​ດາ​ຫລັກ​ການ​ເຄົາ​ລົບ​ເອ​ກະ​ລາດ, ​ອະ​ທິ​ປະ​ໄຕ, ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ, ເປັນ​ກາງ,  ບໍ່​ແຊກ​ແຊງ​ເຂົ້າ​ວຽກ​ງານ​ພາຍ​ໃນ​ຂອງ​ບັນ​ດາ​ປະ​ເທດ ແລະ ຕ້ອງ​ຮັບ​ຄວາມ​ຮັບ​ຮູ້​ຈາກບັນ​ດາ​ປະ​ເທດ​ກ່ຽວ​ຂ້ອງ​, ສືບ​ຕໍ່​​ປັບປຸງ​ບັນ​ດາ​ຂັ້​ນ​ຕອນ ເພື່ອ​ຍົກ​ສູງ​ຄວາມ​ສາ​ມາດ​ຜັນ​ຂະ​ຫຍາຍ ແລະ ຮັບ​ມື​ຢ່າງ​ທັນ​ການ, ມີ​ມາດ​ຕະ​ການ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ໃຫ້​ບັນ​ດາ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ.

 


ຂ່າວ/ບົດ​ອື່ນ