ທ່ານປະທານປະເທດ ເຈືອງເຕີນຊາງ ຕ້ອນຮັບປະທານສະພາຕ່ຳກາຊັກສະຖານ
(ທ່ານປະທານປະເທດ ເຈືອງເຕີນຊາງ
ຕ້ອນຮັບປະທານສະພາຕ່ຳກາຊັກສະຖານ)
(vovworld) – ວັນທີ 29/3, ຢູ່ຮ່າໂນ້ຍ, ເມື່ອຕ້ອນຮັບທ່ານ Zhakupov Kabinolla Kabenovich, ປະທານສະພາຕຳ່ ກາຊັກສະຖານ ທີ່ພວມຢູ່ຢ້ຽມຢາມຫວຽດນາມ ເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນລັດຖະສະພາສາກົນ IPU 132, ທ່ານປະທານປະເທດ ເຈືງເຕີນຊາງຖືວ່າ: ຫວຽດນາມ ເຂົ້າຮ່ວມພັນທະມິດພາສີ ລັດເຊຍ - ເບລາຮູດ - ກາຊັກສະຖານ ຈະສ້າງພະລັງແຮງໃໝ່ໃຫ້ 2 ປະເທດ, ພ້ອມທັງເຊື່ອໝັ້ນວ່າການລົງນາມຈະໄດ້ຮັບການຍູ້ໄວໃນປີ 2015. ທ່ານປະທານປະເທດ ເຈືອງເຕີນຊາງ ຢືນຢັນວ່າ, ຫວຽດນາມ ຈະເພີ່ມທະວີການຮ່ວມມືກັບກາຢັກສະຖານ, ຫັນຄຳເວົ້າເປັນການກະທຳຕົວຈິງ, ຄືຫົວຂໍ້ຂອງ IPU-132. ທ່ານປະທານປະເທດ ເຈືອງເຕີນຊາງ ສະເໜີວິສາຫະກິດ 2 ປະເທດເຂົ້າຮ່ວມບັນດາການເຄື່ອນໄຫວສົ່ງເສີມການຄ້າຢ່າງຕັ້ງໜ້າ.