ໂດຍສືບຕໍ່ການຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ກາວບັງ, ຕອນເຊົ້າວັນທີ 9/12, ທ່ານປະທານປະເທດ
ຫວຽດນາມ ເຈືອງເຕີນຊາງ ແລະ ຄະນະປະຕິບັດງານໄດ້ມີການເຮັດວຽກກັບການນຳແຂວງກາວບັງ ກ່ຽວກັບສະພາບການປະຕິບັດບັນດາຈຸດໝາຍພັດທະນາເສດຖະກິດ - ສັງຄົມ ປີ 2011. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານປະທານປະເທດ ເຈືອງເຕີນຊາງ ຮຽກຮ້ອງໃຫ້ແຂວງ ກາວບັງ ຕ້ອງປະຕິບັດສຳເລັດກິດຈະກຳຄົມມະນາຄົມຈຸດສຸມຄື: ເສັ້ນທາງ ລ້າງເຊີນ - ກາວບັງ, ເສັ້ນທາງໄປຫາດ່ານຊາຍແດນ ຕ່າລູ່ງ ຢ່າງເດັດຂາດ ເພື່ອຊຸກຍູ້ ການພັດທະນາເສດຖະກິດ - ການຄ້າ. ໄປຄຽງຄູ່ກັນນັ້ນຕ້ອງຍູ້ແຮງການສ້າງເຂດຊົນນະບົດໃໝ່, ຫຼຸດຜ່ອນອັດຕາສ່ວນຄອບຄົວທຸກຍາກລົງ ຍົກສູງຊີວິດການເປັນຢູ່ໃຫ້ແກ່ພໍ່ແມ່ປະຊາຊົນ.
ກ່ອນໜ້ານັ້ນ, ກໍ່ໃນຕອນເຊົ້າວັນດຽວກັນ, ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກກັບຕຳຫຼວດແຂວງ ກາວບັງ. ທ່ານປະທານປະເທດ ເນັ້ນໜັກວ່າ: ເພື່ອປະຕິບັດໜ້າທີ່ຢູ່ແຂວງເຂດຊາຍແດນເປັນຢ່າງດີ, ກຳລັງຕຳຫຼວດແຂວງ ກາວບັງຕ້ອງມີການສົມທົບກັນຢ່າງເນັ້ນແຟ້ນ ກັບບັນດາກຳລັງອື່ນໆ ພິເສດແມ່ນທະຫານປ້ອງກັນຊາຍແດນ, ກອງທັບ ແລະ ປະຊາຊົນ, ເຮັດຄືແນວນັ້ນວຽກງານຮັບປະກັນຄວາມສະຫງົບປອດໄຟທາງການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຈຶ່ງມີປະສິດທິຜົນຢ່າງແທດຈິງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮັກສາສະຖຽນລະພາບ ແລະ ການພັດທະນາຂອງແຂວງກາວບັງ.