(vovworld) - ພາຍຫຼັງສິ້ນສຸດການຢ້ຽມຢາມ ສ.ເກົາຫຼີ ເປັນທາງການຢ່າງຈົບງາມ, ຕອນເຊົ້າວັນທີ 24/07, (ຕາມເວລາທ້ອງຖິ່ນ), ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ໄດ້ເດີນທາງອອກຈາກ ເຊີອູນ, ເລີ່ມຕົ້ນການຢ້ຽມຢາມ ມຽນມາ ຢ່າງເປັນທາງການ. ການຢ້ຽມຢາມ ມຽນມາ ຂອງທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ຖືກດຳເນີນໄປໃນລະຫວ່າງວັນທີ 24 – 26/07, ຕາມຄຳເຊີນຂອງທ່ານປະທານສະພາແຫ່ງຊາດມຽນມາ Khin Aung Myint. ການຢ້ຽມຢາມຄັ້ງນີ້ເພື່ອແນໃສ່ປັບປຸງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້າຍລະຫວ່າງ 2 ປະເທດ ກໍຄືສ້າງການພົວພັນລະຫວ່າງສະພາແຫ່ງຊາດຫວຽດນາມ ແລະ ມຽນມາ ໃຫ້ກາຍເປັນແບບຢ່າງໃນການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດມຽນມາ ກັບສະພາແຫ່ງຊາດປະເທດຕ່າງໆ.
ຕອນບ່າຍວັນທີ 24/7 ຢູ່ ນະຄອນຫລວງ Nay Pyi Taw ປະເທດມຽນມາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນຊີງຮຸ່ງ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ໄດ້ເຈລະຈາກັບປະທານສະພາສູງ ທັງເປັນປະທານສະພາແຫ່ງຊາດ ມຽນມາ Khin Aung Myint, ພົບປະແລກປ່ຽນຄຳເຫັນກັບປະທານສະພາຕຳ່ Thura U Shwe Mann ແລະ ເຂົ້າຢ້ຽມຂຳ່ນັບປະທານາທິບໍດີ ມຽນມາ Thein Sein.
ທີ່ການເຈລະຈາກັບປະທານສະພາສູງ ມຽນມາ, ທ່ານປະທານສະພາແຫ່ງຊາດ ຫງວຽນຊີງຮຸ່ງ ໄດ້ຢືນຢັນວ່າ: ປະຊາຊົນຫວຽດນາມ ຍາມໃດກໍຈົດຈຳ່ການຊ່ວຍເຫລືອອັນລ້ຳຄ່າຂອງ ມຽນມາ ທີ່ສະຫງວນໃຫ້ແກ່ຫວຽດນາມ ໃນພາລະກິດປົດປ່ອຍຊາດກ່ອນນີ້ກໍຄືໃນພາລະກິດສ້າງສາປະເທດຊາດປະຈຸບັນ. ປະທານສະພາແຫ່ງຊາດ ຫວຽດນາມ ແລະ ປະທານສະພາແຫ່ງຊາດ ມຽນມາ ເຊື່ອໝັ້ນວ່າ: ການລົງນາມໃນຂໍ້ຕົກລົງຮ່ວມມືລະຫວ່າງສອງສະພາແຫ່ງຊາດຄັ້ງນີ້ ແມ່ນກອບກົດໝາຍສຳຄັນເພື່ອຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືສອງຝ່າຍລະຫວ່າງສອງຝ່າຍ. ສອງຝ່າຍເຫັນດີ ບັນດາອົງການຂອງສະພາແຫ່ງຊາດສອງປະເທດ ຄວນເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ແລກປ່ຽນບົດຮຽນສ້າງກົດໝາຍ, ຕິດຕາມກວດກາ ແລະ ບັນດາບັນຫາກ່ຽວຂ້ອງເຖິງການເຄື່ອນໄຫວຂອງສະພາແຫ່ງຊາດ.
ຕອນບ່າຍວັນດຽວກັນ, ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊີງຮຸ່ງ ພົບປະແລກປ່ຽນຄຳເຫັນກັບປະທານສະພາຕຳ່ ມຽນມາ Thura U Shwe Mann. ທ່ານປະທານສະພາແຫ່ງຊາດ ຫງວຽນຊີງຮຸ່ງ ແລະ ປະທານສະພາຕຳ່ ມຽນມາ ເຫັນດີຕັ້ງຫນ້າຜັນຂະຫຍາຍບັນດາຂໍ້ຕົກລົງທີ່ບັນລຸໄດ້ ແລະ ເສີມຂະຫຍາຍປະສິດທິຜົນບັນດາກົນໄກທີ່ມີຢູ່ແລ້ວລະຫວ່າງສອງຝ່າຍ ເພື່ອນຳການພົວພັນທຸກດ້ານລະຫວ່າງສອງປະເທດພັດທະນາຢ່າງແທດຈິງ ແລະ ມີປະສິດທິຜົນ.