ທ່ານປະທານສະພາແຫ່ງຊາດ ຫວຽນສິງຮູ່ງ ມອບຫຼຽນໄຊ ໂຮຈິມິນ ໃຫ້ແກ່ ..

ທ່ານປະທານສະພາແຫ່ງຊາດ ຫວຽນສິງຮູ່ງ ມອບຫຼຽນໄຊ ໂຮຈິມິນ ໃຫ້ແກ່ .. - ảnh 1
(ພາບ: TXVN)

ຕອນ​ເຊົ້າ​ວັນ​ທີ່ 20 ພະຈິກ, ທ່ານ​ປະທານສະພາ​ແຫ່ງ​ຊາດ ຫວຽນ​ສິງ​ຮູ່ງ ​ໄດ້​ເຂົ້າ​ຮ່ວມ ​ແລະ ມອບ​ຫຼຽນ​ໄຊ ​ໂຮ​ຈິ​ມິນ ​ໃຫ້​ແກ່​ສະຫະ​ສະມາຄົມ​ກາ​ແດງ ຫວຽດນາມ ​ເນື່ອງ​ໃນ​ໂອກາດສະ​ເຫຼີ​ມສະ​ຫຼອງ 65 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ສະພາ ( ຄື​ວັນ​ທີ່ 23 ພະຈິກ 1946 - 23 ພະຈິກ 2011 ). ກ່າວ​ຄຳ​ເຫັນ​ນະທີ່​ນີ້, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ໄດ້​ເນັ້ນ​ໜັກ​ວ່າ ຍາມ​ໃດສະພາກາ​ແດງ ຫວຽດນາມ ​ກໍ່​ແມ່ນ​ໜື່ງ​ໃນ​ບັນດາ​ກຳລັງທີ່​ມີໜ້າຢ່າງ​ທັນ​ການ, ​ເພື່ອຊ່ວຍ​ເຫຼືອ ປຊຊ ​ແກ້​ໄຂ​ຜົນ​ຮ້າຍ, ຊ່ວຍ​ເຫຼືອການສ້າງ​ຊີວິດ, ພື້ນ​ຟູ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ, ຊ່ວຍ ປຊຊ ມີ​ຊີວິດ​ການ​ເປັນ​ຢູ່​ເປັນ​ປົກກະຕິ. ສະພາ​ກາ​ແດງ ຫວຽດນາມ ​​ໄດ້ເປັນ​ເຈົ້າ​ການ, ຕັ້ງໜ້າ​ເຂົ້າ​ຮ່ວມ​ບັນດາ​ການ​​ເຄື່ອ​ນ​ໄຫວກູ້ຊ່ວຍ​ຢ່າງຊີບ​ຮີບ​ດ່ວນຂອງສາກົນ, ອັນ​ໄດ້ສະ​ແດງ​​ໃຫ້​ເຫັນມູນ​ເຊື້ອ​ຮັກ​ແພງ​ມະນຸດ​ດ້ວຍ​ກັນຂອງ​ຊາດ, ປະກອບສ່ວນ​ປະຕິບັດ​​ແນວທາງ​ພົວພັນ​ການ​ທຸດ​ປຊຊ ຂອງ​ ພັກ ​ແລະ ລັດ .
ຂ່າວ/ບົດ​ອື່ນ