(vovworld) - ວັນທີ 8/7, ທ່ານພົນເອກ Raul Castro Ruz, ເລຂາທີ 1 ຄະນະບໍລິຫານງານສູນກາງພັກກອມມູນິດ ກູຍບາ, ປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີ ສ.ກູຍບາ ນຳໜ້າຄະນະຜູ້ແທນຂັ້ນສູງກູຍບາ ເລີ່ມຕົ້ນການຢ້ຽມຢາມສັນຖະວະໄມຕີຫວຽດນາມ ຢ່າງເປັນທາງການ. ນີ້ແມ່ນເທື່ອທຳອິດທີ່ທ່ານ Raul Castro Ruz ມາຢ້ຽມຢາມຫວຽດນາມ ໃນຖານະເປັນຜູ້ນຳພັກ, ລັດ ແລະ ລັດຖະບານ ກູຍບາ.
ທີ່ການເຈລະຈາກັບທ່ານປະທານ Raul Castro Ruz. ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ Nguyen Phu Trong ສະແດງຄວາມເຊື້ອໝັ້ນວ່າ ການຢ້ຽມຢາມຄັ້ງນີ້ ຈະປະກອບສ່ວນນຳສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດຂຶ້ນສູ່ລະດັບສູງໃໝ່.
“ພວກຂ້າພະເຈົ້າຊົມເຊີຍ, ເຄົາລົບ ແລະ ຕີລາຄາສູງການຢ້ຽມຢາມຄັ້ງນີ້ຂອງສະຫາຍ ແລະ ຖືວ່າ ນີ້ແມ່ນການສືບຕໍ່ຊຸກຍູ້ສາຍພົວພັນລະຫວ່າງສອງພັກສອງລັດ ແລະ ປະຊາຊົນສອງປະເທດພວກເຮົາ, ທັງຫັນຂໍ້ຕົກລົງໃນຖະແຫຼງການຫວ່າງມໍ່ໆມານີ້ລະຫວ່າງສອງປະເທດພວກເຮົາເປັນລະອຽດ”
ທ່ານເລຂາທິການໃຫຍ່ Nguyen Phu Trong ຢັ້ງຢືນວ່າ ພັກ, ລັດ ແລະ ປະຊາຊົນຫວຽດນາມ ຍາມໃດກໍຈົດຈຳບຸນຄຸນ ແລະ ເຄົາລົບບັນດານ້ຳໃຈອັນສູງສົ່ງ, ການສະໜັບສະໜູນ, ການຊ່ວຍເຫຼືອຢ່າງສຸດຈິດສຸດໃຈ ເຊິ່ງກູຍບາ ໄດ້ສະຫງວນໃຫ້ຫວຽດນາມ.
ສ່ວນທ່ານປະທານກູຍບາ Raul Castro Ruz ຖືວ່າ.
“ເດືອນ 4 ຜ່ານມາ, ພວກຂ້າພະເຈົ້າໄດ້ມີໂອກາດຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ Nguyen Phu Trong. ພວກຂ້າພະເຈົ້າໄດ້ແລກປ່ຽນຫຼາຍບັນຫາ ແລະ ພວກເຮົາໄດ້ມີຄວາມມານະພະຍາຍາມໃນການຊຸກຍູ້ເສດຖະກິດການຄ້າ. ແຕ່ບັນດາການພົວພັນນັ້ນຍັງບໍ່ທັນເໝາະສົມກັບການພົວພັນອັນດີງາມລະຫວ່າງສອງປະເທດເທື່ອ. ພວກເຮົາຄວນເພີ່ມທະວີນ້ຳໃຈມິດຕະ ພາບນຳກັນ, ກູຍບາຕ້ອງຮໍ່າຮຽນເອົາບົດຮຽນຫຼາຍຢ່າງຈາກຫວຽດນາມ”.
ແລະກໍຢູ່ທີ່ການເຈລະຈາ, ການນຳທັງສອງທ່ານໄດ້ເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີການພົບປະຂັ້ນສູງ, ແລກປ່ຽນຄະນະຜູ້ແທນຂັ້ນສູງ, ແລກປ່ຽນບົດຮຽນໃນການຄຸ້ມຄອງເສດຖະກິດ - ສັງຄົມ ແລະ ກໍ່ສ້າງພັກ.
( ທ່ານປະທານປະເທດ Truong Tan Sang
ຕ້ອນຮັບທ່ານພົນເອກ Raul Castro Ruz )
ແລະກໍໃນຕອນບ່າຍວັນທີ 8/7, ທ່ານປະທານປະເທດ Truong Tan Sang ໄດ້ມີການພົບປະເຈລະຈາ ກັບທ່ານປະທານ Raul Castro Ruz, ທ່ານປະທານປະເທດ Truong Tan Sang ຢືນຢັນວ່າ, ພັກ, ລັດ ແລະ ປະຊາຊົນຫວຽດນາມ ຍາມໃດກໍສະໜັບສະໜູນ, ຊ່ວຍເຫຼືອ ແລະ ຮ່ວມມືເພື່ອການພັດທະນາຂອງກູຍບາ. ສ່ວນທ່ານປະທານ Raul Castro Ruz ຢັ້ງຢືນວ່າ ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ ແລະ ຫວ່າງສອງປະເທດໃນຕະຫຼອດ 50 ປີທີ່ຜ່ານມາ. ສອງຝ່າຍບໍ່ພຽງແຕ່ຊ່ວຍເຫຼືອກັນໃນການຕໍ່ສູ້ ຍາດເອົາເອກະລາດ, ພັດທະນາເສດຖະກິດສັງຄົມເທົ່ານັ້ນ ຫາກຍັງຮ່ວມມືຢ່າງແໜ້ນແຟ້ນ ໃນບັນດາເວທີປາໄສພາກພື້ນ ແລະ ສາກົນ. ສາຍພົວພັນແບບພິເສດຫວຽດນາມ - ກູຍບາ ຈະສືບຕໍ່ມີບາດກ້າວພັດທະນາກວ່າອີກໃນໄລຍະຈະມາເຖິງ.
ຕໍ່ຈາກນັ້ນ, ທ່ານນາຍົກລັດຖະມົນຕີ Nguyen Tan Dung ກໍ່ມີການພົບປະເຈລະຈາກັບທ່ານປະທານ Raul Castro Ruz.