ທ່ານລັດຖະມົນຕີການຕ່າງປະເທດ John Kerry ແລະ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຝ້າມບິງມິນ ໄດ້ມີການພົບປະກັບນັກຂ່າວ

ທ່ານລັດຖະມົນຕີການຕ່າງປະເທດ John Kerry ແລະ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຝ້າມບິງມິນ ໄດ້ມີການພົບປະກັບນັກຂ່າວ - ảnh 1
ທ່ານ​ລັດຖະມົນຕີ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ John Kerry ເຄື່ອນໄຫວຢ້ຽມຢາມຫວຽດນາມ ແຕ່ວັນທີ 14-17/12
(ພາບ : TTXVN)

(vovworld)- ໃນຂອບເຂດການຢ້ຽມຢາມຫວຽດນາມຢ່າງເປັນທາງການ, ຕອນບ່າຍວັນທີ 16/12 ຢູ່ຮ່າໂນ້ຍ, ທ່ານ​ລັດຖະມົນຕີ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ John Kerry ​ແລະ ທ່ານ​ຮອງ​ນາຍົກລັດຖະມົນຕີ, ​ລັດຖະມົນຕີ​ການ​ຕ່າງ​ປະ​ເທດ​ຫວຽດນາມ ຝ້າ​ມບິງ​ມິນ ​ໄດ້​ມີ​ການ​ພົບ​ປະ​ກັບ​ນັກ​ຂ່າວ​ພາ​ຍຫຼັງການ​ເຈລະຈາ.

   ທ່ານ​ຮອງ​ນາຍົກລັດຖະມົນຕີ, ​ລັດຖະມົນຕີ​ການ​ຕ່າງ​ປະ​ເທດ​ຫວຽດນາມ ຝ້າ​ມບິງ​ມິນ ​ໃຫ້​ຮູ້​ວ່າ ​ໃນ​ການ​ເຈລະຈາ, 2 ຝ່າຍ​ໄດ້​ແລກປ່ຽນ​ຢ່າງ​ກົງ​ໄປ​ກົງ​ມາ, ​ເປີດ​ອົກ​ເປີດ​ໃຈ​ກ່ຽວ​ກັບ​ຫຼາຍ​ບັນຫາ ນັບ​ທັງ 2 ຝ່າຍ ​ແລະ ຫຼາຍ​ຝ່າຍ. 2 ຝ່າຍມີ​ຄວາມພໍ​ໃຈ​ຕໍ່ໜ້າ​ບັນດາ​ບາດກ້າວ​ຂະຫຍາຍຕົວ​ຂອງ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ, ພິ​ເສດ​ແມ່ນ​ນັບ​ຕັ້ງ​ແຕ່​ພາຍຫຼັງ​ທີ່ 2 ປະ​ເທດ​ໄດ້​ສ້າງສາ​ຍພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ເນື່ອງ​ໃນ​ໂອກາດ​ການ​ຢ້ຽມຢາມ​ອາ​ເມ​ລິ​ກາ​ຂອງ​ທ່ານ​ປະທານປະ​ເທດຫວຽດນາມ ​ເຈືອງ​ເຕີ້​ນຊາງ​ເມື່ອ​ເດືອນ 7/2013. ທ່ານ​ຮອງ​ນາຍົກ ລັດຖະມົນຕີ, ​ລັດຖະມົນຕີ​ການ​ຕ່າງ​ປະ​ເທດ​ຫວຽດນາມ ຝ້າ​ມບິງ​ມິນ ກ່າວ​ວ່າ :

    “ພວກ​ຂ້າພະ​ເຈົ້າ​ໄດ້​ແລກປ່ຽນ​ຫຼາຍ​ມາດ​ຕະການ​ເພື່ອ​ສືບ​ຕໍ່​ຜັນ​ຂະຫຍາຍ​ສາ​ຍ ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​, ນຳ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ໃຫ້​ພັດທະນາ​ແຂງ​ແຮງ​ໃນ​ທຸກໆ​ຂົງ​ເຂດ. ພວກ​ຂ້າພະ​ເຈົ້າ​ເຫັນ​ດີ​ນຳ​ກັນ​ວ່າ 2 ຝ່າຍ​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ຕ່າງໆ, ສືບ​ຕໍ່​ປະຕິບັດ​ບັນດາ​ກົນ​ໄກ​ສົນທະ​ນາທີ່​ມີ​ຢູ່​ແລ້ວ, ຍູ້​ແຮງ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ ​, ການ​ລົງທຶນ, ວິທະຍາສາດ​ເຕັກ​ໂນ​ໂລ​ຢີ, ​ໃນ​ນັ້ນ​ມີ​ການ​ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມື​ໃນ​ຂົງ​ເຂດ​ນິວ​ເຄຼຍພົນລະ​ເຮືອນ​ຢ່າງ​ເປັຮທາງການ​ໂດຍ​ໄວ ”

      ສ່ວນ ທ່ານ​ລັດຖະມົນຕີ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ John Kerry ຢືນຢັນ​ວ່າ ຫວຽດນາມ​ແມ່ນ​ຄູ່​ຮ່ວມມື​ທີ່​ສຳຄັນ​ຂອງ​ອາ​ເມ​ລິ​ກາ​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ທ່ານ​ລັດຖະມົນຕີ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ John Kerry ກ່າວ​ວ່າ :

    “​ ການ​ຄ້າ ​, ການ​ລົງທຶນ​ແມ່ນ​ຂົງ​ເຂດ​ຮ່ວມ​ມື​ພັດທະນາ​ແຂງ​ແຮງ​ທີ່​ສຸດ​ລະຫວ່າງ​ຫວຽດນາມ ​ແລະ ອາ​ເມ​ລິ​ກາ. ນັບ​ຕັ້ງ​ແຕ່ 2 ປະ​ເທດ​ສ້າງ​ການ​ພົວພັນ​ທາງ​ການ​ທູດ​​ເປັນ​ປົກກະຕິລະຫວ່າງ 2 ປະ​ເທດ ​ແຕ່​ປີ 1995 ມາ​ຮອດ​ປະຈຸ​ບັນ,ມູນ​ຄ່າ​ການ​ຄ້າ​ໄດ້​ເພີ່ມ​ຂຶ້ນ​ທົບ 50 ​ເທົ່າ. ປາດ​ຖະໜາ​ວ່າ ສັນຍາ​ການ​ຄ້າ​ຄູ່​ຮ່ວມ​ມື ​ແລະ ການ​ຮ່ວມ​ມື​ຂ້າມ​ປາຊີ​ຝິກ (TPP) ຊຶ່ງ​ທັງ 2 ຝ່າຍ​ພວມ​ດຳ​ເນີນ ຈະ​ແມ່ນ​ໂອກາດ​ທີ່​ດີ​ເພື່ອ​ຍົກ​ສູງ​ມູນ​ຄ່າ​ການ​ຄ້າ​ລະຫວ່າງ 2 ປະ​ເທດ, ປະກອບສ່ວນ​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ຊາວຫວຽດນາມ ​ແລະ ອາ​ເມ​ລິ​ກາ​ນັບ​ລ້ານໆ​ຄົນ​ຕື່ມ​ອີກ ​ແລະ ຂ້າພະ​ເຈົ້າ​ເຊື່ອ​ແນ​ວ່າ ຈະ​ສຳ​ເລັດການ​ເຈລະຈາ TPP ​ໃນ​ໄວໆ​ນີ້ ”

ຂ່າວ/ບົດ​ອື່ນ