( vovworld ) - ໂດຍໄດ້ຮັບຄຳເຊື້ອເຊີນຂອງເຈົ້າຄອງນະຄອນເຂດການເງິນລອນດອນ ທ່ານ David Wootton, ຕອນເຊົ້າວັນທີ 27/7, ທ່ານລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ Hoang Tuan Anh ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບການນຳເຂດການເງິນລອນດອນ. ທີ່ການເຮັດວຽກ, ທ່ານລັດຖະມົນຕີ Hoang Tuan Anh ໄດ້ແນະນຳກ່ຽວກັບຄວາມສາມາດບົ່ງຊ້ອນໃນການຮ່ວມມືກໍຄືບັນດາໂຄງການຢູ່ຫວຽດນາມ ພວມຮຽກຮ້ອງການລົງທຶນຈາກຕ່າງປະເທດ, ພິເສດແມ່ນໃນບັນດາຂົງເຂດກິລາ, ທ່ອງທ່ຽວ, ວັດທະນະທຳ ແລະ ພື້ນຖານໂຄງລ່າງ. ທ່ານລັດຖະມົນຕີ Hoang Tuan Anh ໄດ້ຮຽກຮ້ອງບັນດານັກລົງທຶນ ແລະ ບັນດານັກທຸລະກິດອັງກິດ ຈົ່ງສືບຕໍ່ຊຸກຍູ້ການລົງທຶນເຂົ້າຫວຽດນາມ. ທ່ານ Wootton ໃຫ້ຮູ້ວ່າ, ມີຫຼາຍວິສາຫະກິດອັງກິດ ປາດຖະໜາຢາກລົງທຶນເຂົ້າຫວຽດນາມ ເພາະນີ້ຍັງແມ່ນຕະຫຼາດຍັງເປີດປະຕູ. ຂົງເຂດທີ່ໄດ້ຮັບຄວາມສົນໃຈອັນດັບໜຶ່ງຈາກບັນດາວິສາຫະກິດອັງກິດ ແມ່ນຂົງເຂດທະນາຄານ, ການເງິນ, ປະກັນໄພ ແລະຍົກສູງຄວາມສາມາດໃນການຄຸ້ມຄອງການເງິນ. ນອກຈາກນັ້ນ, ບັນດາບໍລິສັດຂອງອັງກິດ ກໍເອົາໃຈໃສ່ເຖິງບັນດາຂົງເຂດອື່ນຄື: ກິລາ, ທ່ອງທ່ຽວ, ພັດທະນາພື້ນຖານໂຄງລ່າງ, ເສັ້ນທາງ, ສ້າງໂຮງໝໍ... ເຊິ່ງອັງກິດ ມີທ່າແຮງກ່ຽວກັບດ້ານທຶນຮອນ ແລະ ເຕັກນິກ.