ທ່ານຫງວຽນຊວນຟຸກຮອງນາຍົກລັດຖະມົນຕີຕ້ອນຮັບລັດຖະມົນຕີກະຊວງວິທະຍາສາດແລະເຕັກໂນໂລຊີລາວ
(ທ່ານ ຫງວຽນຊວນຟຸກ ຮອງນາຍົກລັດຖະມົນຕີ
ຕ້ອນຮັບ ທ່ານ ບໍ່ວຽງຄຳ ວົງດາລາ)
(Vovworld) - ຕອນບ່າຍຂອງມື້ນີ້ ທີ່ສຳນັກງານການລັດຖະບານ ທ່ານ ຫງວຽນຊວນຟຸກ ຮອງນາຍົກລັດຖະມົນຕີ ຕ້ອນຮັບ ທ່ານ ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີວ່າການກະຊວງວິທະຍາສາດ ແລະ ເຕັກໂນໂລຊີລາວ ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ຫວຽດນາມ. ໃນການຕ້ອນຮັບ, ທ່ານຮອງນາຍົກລັດຖະທົນຕີ ຫງວຽນຊວນຟຸກ ຖືຮູ້ວ່າ: ໃນໄລຍະຈະມາເຖິງ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສອງປະເທດ ຈຳເປັນຕ້ອງສືບຕໍ່ຮ່ວມກັນ ແບ່ງປັບບົດຮຽນ ໃນການຄຸ້ມຄອງການເຄື່ອນໄຫວ ວິທະຍາສາດ ເຕັກໂນໂລຊີ, ເປັນຕົ້ນແມ່ນການສ້າງ ບັນດາເອກະສານດ້ານກົດໝາຍ, ກົນໄກ, ນະໂຍບາຍ, ເພື່ອພັດທະນາວິທະຍາສາດ ເຕັກໂນໂລຊີ ແລະ ດຶງດູດການລົງທຶນເຂົ້າຂົງເຂດນີ້. ທ່ານຮອງນາຍົກລັດຖະມົນຕີ ຢັ້ງຢືນວ່າ: ຫວຽດນາມ ຈະຊ່ວຍໜູນຈົນສຸດຄວາມສາມາດ ເພື່ອຊ່ວຍເຫຼືອລາວ ໃນບັນຫາການກໍ່ສ້າງ ພະນັກງານຄຸ້ມຄອງ ວິທະຍາສາດ ເຕັກໂນໂລຊີ, ຍົກສູງຄວາມສາມາດໃນການຄົ້ນຄ້ວາ ຂອງກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີລາວ.
ທ່ານ ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີວ່າການ ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີລາວ ໃຫ້ຮູ້ວ່າ: ໃນການມາຢ້ຽມຢາມຂອງຄະນະໃນຄັ້ງນີ້, ຝ່າຍຫວຽນດນາມ ໄດ້ແບ່ງປັນຄວາມຮູ້ຫລາຍຢ່າງ ທີ່ກ່ຽວກັບເຖິງຂົງເຂດຊັບສີນທາງປັນຍາຂອງລາວ. ທ່ານລັດຖະມົນຕີວ່າການກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີລາວ ປາດຖະໜາຢາກການຮ່ວມມື ກັບຫວຽດນາມ ໃນຂົງເຂດພັດທະນາວິທະຍາສາດ ເຕັກໂນໂລຊີ, ແລກປ່ຽນກ່ຽວກັບການໝູນໃຊ້ເຂົ້າໃນການຜະລິດໃນຊີວິດປະຈຳວັນ ຫຼາຍກ່ວາເກົ່າ.