ທ່ານຮອງນາຍົກລັດຖະມົນຕີຫງວຽນຊວນຟຸກ
(ພາບ: nguyensinhhung.net)
(VOV)- ວັນທີ 30/11, ທີ່ການຕ້ອນຮັບຄະນະຜູ້ແທນນະຄອນເຕເຮຣານ ປະເທດອິຣານ ໂດຍທ່ານເຈົ້າຄອງ Mohamad Baghen glalibaf ນຳໜ້າ ຊື່ງພວມຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີຫງວຽນຊວນຟຸກ ໄດ້ຊົມເຊີຍການຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ ຂອງຄະນະ, ຖຶວ່າ, ການຢ້ຽມຢາມຈະປະກອບສ່ວນຊຸກຍູ້ການພົວພັນຮ່ວມມື, ມິດຕະພາບລະຫວ່າງສອງນະຄອນຮ່າໂນ້ຍ-ເຕເຮຣານ ແລະ ສອງປະເທດເວົ້າລວມ. ທ່ານຮອງນາຍົກລັດຖະມົນຕີຫງວຽນຊວນຟຸກ ຢືນຢັນວ່າ: ຍາມໃດ, ຫວຽດນາມ ກໍ່ຖືການພົວພັນຮ່ວມມືມິດຕະພາບກັບປະຊາຊົນອີຣານ ເປັນສຳຄັນ, ທ່ານສະແດງໃຫ້ເຫັນຄວາມພາກພູມໃຈຕໍ່ບັນດາຜົນງານທີ່ປະຊາຊົນອີຣານ ບັນລຸໄດ້ໃນໄລຍະຜ່ານມາ. ທ່ານອວຍພອນສອງນະຄອນຮ່າໂນ້ຍ-ເຕເຮຣານ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການພົວພັນມິດຕະພາບ, ການຮ່ວມມື, ທ່ານຮອງນາຍົກລັດຖະມົນຕີຫງວຽນຊວນຟຸກ ເຊື່ອໝັ້ນວ່າ, ສອງຝ່າຍຈະມານະພະຍາຍາມຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມືທີ່ໄດ້ບັນລຸ.