ທ່ານຫງວຽນເຕີນຢຸງ ໃຫ້ການຕ້ອນຮັບ ຫົວໜ້າບັນດາອົງການ ຜູ້ຕາງໜ້າຫວຽດນາມ ປະຈຳຕ່າງປະເທດ
(ພາບປະກອບ:nguyenphutrong.net)
(vovworld)- ຕອນບ່າຍວັນທີ 19/6, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢຸງ ໄດ້ໃຫ້ການຕ້ອນຮັບ ຫົວໜ້າບັນດາອົງການ ຜູ້ຕາງໜ້າຫວຽດນາມ ປະຈຳຕ່າງປະເທດ ຊື່ງລວມມີ ທ່ານເອກອັກຄະລັດຖະທູດ 19 ທ່ານ ແລະ ຫົວໜ້າກົງສູນ 2 ທ່ານ ກ່ອນທີ່ຈະໄປປະຕິບັດໜ້າທີ່ຢູ່ຕ່າງປະເທດ ໃນອາຍຸການ 2013-2016. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢຸງ ເນັ້ນໜັກວ່າ: ບັນດາທ່ານເອກອັກຄະລັດຖະທູດ ແລະ ຫົວໜ້າກົງສູນ ຕ້ອງຍົກຍູງຄວາມຮັບຜິດຊອບ, ສູ້ຊົນປະຕິບັດໜ້າທີ່ທີ່ໄດ້ຮັບການມອບໝາຍສຳເລັດ, ຕ້ອງຊາບຊືມຢ່າງເລິກເຊິ່ງ, ກຳແໜ້ນແຜນນະໂຍບາຍ, ແນວທາງ, ນະໂຍບາຍຂອງພັກ, ລັດ, ບໍ່ພຽງແຕ່ກ່ຽວຂ້ອງເຖິງແນວທາງການຕ່າງປະເທດເທົ່ານັ້ນ ຫາກຍັງໃນທຸກຂົງເຂດອື່ນໆອີກດ້ວຍ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢຸງ ຍັງຮຽກຮ້ອງໃຫ້ບັນດາທ່ານເອກອັກຄະລັດຖະທູດ ແລະ ຫົວໜ້າກົງສູນ ຕ້ອງສຸມໃສ່ເພີ່ມທະວີດ້ານການເມືອງການທູດບົນຈິດໃຈໄວ້ເນື້ອເຊື່ອໃຈ, ມິດຕະພາບ ແລະ ຄວາມເຂົ້າອົກເຂົ້າໃຈຊື່ງກັນ ແລະ ກັນໃຫ້ນັບມື້ນັບເລິກເຊີ່ງກ່ວາ. ນີ້ແມ່ນພື້ນຖານເພື່ອຊຸກຍູ້ການທູດເສດຖະກິດ ແລະ ບັນດາຂົງເຂດອື່ນໆ. ທ່ານປາດຖະໜາວ່າ, ບັນດາທ່ານເອກອັກຄະລັດຖະທູດ ແລະ ຫົວໜ້າກົງສູນ ຈະມີບັນດາການເຄື່ອນໄຫວທາງການທູດອັນແທດຈິງ ເພື່ອໃຫ້ເພື່ອນມິດສາກົນເຂົ້າໃຈ ແລະ ສະໜັບສະໜູນແຜນນະໂຍບາຍ, ແນວທາງການຕ່າງປະເທດຂອງຫວຽດນາມ ກໍ່ຄືທັດສະນະຂອງຫວຽດນາມ ໃນການສ້າງສາ ແລະ ພັດທະນາປະເທດຊາດ, ໂດຍສະເພາະແມ່ນໃນການຕໍ່ສູ້ກັບການຕ້ານທຳລາຍຂອງບັນດາອິດທິກຳລັງທີ່ເປັນປໍລະປັກ, ປົກປັກຮັກສາອະທິປະໄຕແຫ່ງຊາດບົນທະເລ, ໝູ່ເກາະ.