(ພາບປະກອບ)
(VOV)- ຕອນເຊົ້າວັນທີ 10/12 ຢູ່ສຳນັກງານນາຍົກລັດຖະມົນຕີ, ໃນການຕ້ອນຮັບຄະນະຜູ້ແທນຂັ້ນສູງລາວ ໂດຍທ່ານຮອງນາຍົກລັດຖະມົນຕີລາວ ອາຊາງ ລາວລີ ເປັນຫົວໜ້າຄະນະ ພວມຢູ່ຢ້ຽມຢາມຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢຸງ ໄດ້ຕີລາຄາສູງໝາກຜົນກອງປະຊຸມຮ່ວມມືກໍ່ສ້າງເສັ້ນຊາຍແດນຫວຽດນາມ-ລາວ; ຍ້ອງຍໍຊົມເຊີຍບັນດາຄວາມມານະພະຍາຍາມ ແລະ ການປະກອບສ່ວນສຳຄັນຂອງບັນດາອົງການທີ່ກ່ຽວຂ້ອງຂອງສອງປະເທດ ໃນການຮ່ວມມືກໍ່ສ້າງເສັ້ນຊາຍແດນຫວຽດນາມ-ລາວ ສະຖຽນລະພາບ ແລະ ພັດທະນາຢ່າງຮອບດ້ານ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢຸງ ຢືນຢັນວ່າ: ພັກ, ລັດ, ລັດຖະບານ ແລະ ປະຊາຊົນຫວຽດນາມ ຈະຮຽງບ່າຮຽງໄລ່ກັບພັກ, ລັດ, ລັດຖະບານ ແລະ ປະຊາຊົນລາວ ເພື່ອປົກປັກຮັກສາ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ, ນ້ຳໃຈສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ-ລາວ.
ໃນວັນດຽວກັນ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານຮອງນາຍົກລັດຖະມົນຕີລາວ ອາຊາງ ລາວລີ ເປັນປະທານຮ່ວມກອງປະຊຸມກ່ຽວກັບການຮ່ວມມືກໍ່ສ້າງເສັ້ນຊາຍແດນຫວຽດນາມ-ລາວ ສະຖຽນລະພາບ ແລະ ພັດທະນາ. ສອງຝ່າຍໄດ້ເຫັນດີເປັນເອກະສັນວາງອອກບັນດາທິດທາງຮ່ວມມືໃນໄລຍະຈະມາເຖິງເພື່ອແນໃສ່ກໍ່ສ້າງເສັ້ນຊາຍແດນຫວຽດນາມ-ລາວ ນັບມື້ນັບມີຄວາມສະຖຽນລະພາບ ແລະ ພັດທະນາຮອບດ້ານ.