ທ່ານຮອງນາຍົກລັດຖະມົນຕີຈີນຢ້ຽມຢາມກິດຈະກຳຫໍວັດທະນະທຳມິດຕະພາບຫວຽດນາມ-ຈີນ
ຮອງນາຍົກລັດຖະມົນຕີຈີນ ຈາງກາວລີ (ຜູ້ຢູ່ກາງ, ເສື້ອສີຂາວ)
(ພາບ: An Đăng - TTXVN)
|
(vovworld) - ໃນຂອບເຂດການຢ້ຽມຢາມ ຫວຽດນາມ, ຕອນເຊົ້າວັນທີ 17/7, ກຳມະການຜູ້ປະຈຳການກົມການເມືອງ, ຮອງນາຍົກລັດຖະມົນຕີຈີນ ຈາງກາວລີ ແລະ ຄະນະປະຕິບັດງານ ໄດ້ລົງຢ້ຽມຢາມ, ສຳຫຼວດກິດຈະກຳກໍ່ສ້າງຫໍວັດທະນະທຳມິດຕະພາບ ຫວຽດນາມ - ຈີນ ຢູ່ຮ່າໂນ້ຍ. ທີ່ກິດຈະກຳນີ້, ທ່ານ ຫວູຊວນຮົ່ງ, ປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ, ເຊິ່ງແມ່ນອົງການເຈົ້າຂອງການລົງທຶນໂຄງການ, ໄດ້ແຈ້ງໃຫ້ ທ່ານຮອງນາຍົກລັດຖະມົນຕີຈີນ ຈາງກາວລີ ແລະ ຄະນະປະຕິບັດງານໄດ້ຮັບຊາບກ່ຽວກັບສະພາບກໍ່ສ້າງຫໍວັດທະນະທຳ ຫວຽດນາມ - ຈີນ ໃນໄລຍະຜ່ານມາ. ທ່ານປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ຫວູຊວນຮົ່ງ ແລະ ທ່ານຮອງນາຍົກລັດຖະມົນຕີຈີນ ຈາງກາວລີ ເນັ້ນໜັກວ່າ: ຫໍວັດທະນະທຳ ຫວຽດນາມ - ຈີນ ຈະແມ່ນກິດຈະກຳທີ່ດີເດັ່ນ, ປະກອບສ່ວນເພີ່ມທະວີຄວາມສາມັກຄີມິດຕະພາບລະຫວ່າງປະຊາຊົນ 2 ປະເທດ ຫວຽດນາມ - ຈີນ.