(vovworld)- ວັນທີ 15/5, ເມື່ອເຮັດວຽກກັບການນຳແຂວງ ຟູອຽນ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນທ້ຽນເຍີນ ໄດ້ຕີລາຄາສູງຄວາມມານະພະຍາຍາມຂອງແຂວງ ຟູອຽນ ໃນການສຸມໃສ່ບັນດາມາດຕະການພັດທະນາເສດຖະກິດສັງຄົມປີ 2012 ແລະ 4 ເດືອນຕົ້ນປີ 2013. ໃນສະພາບຄວາມຫຍຸ້ງຍາກລວມນັ້ນ, ແຕ່ແຂວງ ຟູອຽນ ບັນລຸລະດັບຈະເລີນເຕີບໂຕກວ່າ 10%. ທ່ານຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນ ຊີ້ນຳແຂວງ ຟູອຽນ ສ້າງລະບຽບການກ່ຽວຂ້ອງເຖິງການລົງທຶນເຂດກະສິກຳເຕັກໂນໂລຊີສູງໂດຍໄວເພື່ອຍື່ນສະເຫນີຕໍ່ລັດຖະບານໃນໄຕມາດທີ 2/2013 ພ້ອມທັງເຮັດແຈ້ງກົນໄກຄຸ້ມຄອງ ແລະ ຮູບແບບການຄຸ້ມຄອງເຂດກະສິກຳເຕັກໂນໂລຊີສູງໃຫ້ມີປະສິດທິຜົນສູງສຸດ.