ທ່ານຮອງນາຍົກລັດຖະມົນຕີຫວູດຶກດາມ: ມະຫາວິທະນາໄລແມ່ນແຫ່ງເຜີຍແຜ່ຄວາມຮູ້ແລະເປັນແຫຼ່ງພູມປັນຍາ

(VOVWORLD) -ຫວຽດນາມ ໄດ້ເລີ່ມປະຕິບັດການປ່ຽນແປງໃໝ່ ແລະ ເປັນເຈົ້າມະຫາວິທະຍາໄລໂດຍຕົນເອງ.

ທ່ານຮອງນາຍົກລັດຖະມົນຕີຫວູດຶກດາມ: ມະຫາວິທະນາໄລແມ່ນແຫ່ງເຜີຍແຜ່ຄວາມຮູ້ແລະເປັນແຫຼ່ງພູມປັນຍາ - ảnh 1  ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ

(ພາບ: VTV)

ວັນທີ 26 ພະຈິກ, ກ່າວຄຳເຫັນທີ່ພິທີເປີດສະເໜີຕົວມະຫາວິທະຍາໄລ Phenikaa ແລະ ກອງທຶນປ່ຽນແປງໃໝ່ປະດິດຄິດສ້າງ Phenikaa, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ແບ່ງປັນວ່າ: ເພື່ອນຳໃຊ້ກາລະໂອກາດຂອງການປະຕິວັດອຸດສາຫະກຳຄັ້ງທີ 4, ຫວຽດນາມ ມີວຽກງານຫຼາຍຢ່າງທີ່ຈະຕ້ອງເຮັດ, ໃນນັ້ນແນ່ນອນວ່າ ຕ້ອງພັດທະນາວຽກງານບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງຢ່າງແຮງ, ຕິດພັນກັບການປ່ຽນແປງໃໝ່ລະບົບປ່ຽນແປງໃໝ່ປະດິດຄິດສ້າງລະດັບຊາດ. ດ້ວຍການສຶກສາຂັ້ນມະຫາວິທະຍາໄລ, ຫວຽດນາມ ໄດ້ເລີ່ມປະຕິບັດການປ່ຽນແປງໃໝ່ ແລະ ເປັນເຈົ້າມະຫາວິທະຍາໄລໂດຍຕົນເອງ. ທ່ານຮອງນາຍົກລັດຖະມົນຕີ ເນັ້ນໜັກວ່າ: ນີ້ແມ່ນທິດທາງຢ່າງຖືກຕ້ອງ ແລະ ຈຳເປັນ; ທ່ານຫວັງວ່າ ບັນດາວິສາຫະກິດສະຫງວນແຫຼ່ງກຳລັງເພື່ອລົງທຶນໃຫ້ຂົງເຂດວິທະຍາສາດ, ການປ່ຽນແປງໃໝ່ປະດິດຄິດສ້າງ, ພັດທະນາແຫຼ່ງຊັບພະຍາກອນມະນຸດແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ