ທ່ານຮອງນາຍົກລັດຖະມົນຕີ ວູວັນນິງ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ກວາງບິ່ງ

ທ່ານຮອງນາຍົກລັດຖະມົນຕີ ວູວັນນິງ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ກວາງບິ່ງ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ວູວັນ​ນິງ ​
​ເຮັດ​ວຽກ​ກັບ​ການ​ນຳ​ຫຼັກ​ແຫຼ່ງແຂວງ​ກວາງ​ບິ່ງ
(ພາບ: VGP)


(vovworld) -     ຕອນ​ບ່າຍ​ວັນ​ທີ 14/03, ທ່ານ​ຮອງ​ນາຍົກລັດຖະມົນຕີ ວູວັນ​ນິງ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ການ​ນຳ​ຫຼັກ​ແຫຼ່ງຂອງ​ບໍລິສັດ​ຈຳກັດຜູ້​ດຽວ ຫວຽດຈູງ ​ແລະ ບໍລິສັດ​ຈຳກັດ ຜູ້​ດຽວ ​ປ່າ​ໄມ້ ອຸດສາຫະກຳ ລອງ​ດ້າຍ (​ແຂວງ​ກວາງ​ບິ່ງ). ທ່ານ​ຮອງ​ນາຍົກລັດຖະມົນຕີ ວູວັນ​ນິງ ​ຊົມ​ເຊີຍ​ການປ່ຽນ​ໃໝ່ສັບ​ຊ້ອນ​ວິ​ສາ​ຫະກິດ​ກະສິກຳ ນິຄົມ​ກະ​ເສດແຫ່ງ​ລັດເປັນ​ຮູບ​ແບບ​ບໍລິສັດ​ຈຳ​ກັດ​ຜູ້​ດຽວຢູ່ 2 ບໍລິສັດ​ນີ້​ແມ່ນ​ຖືກຕ້ອງ; ຂຸດ​ຄົ້ນປ່າ​ໄມ້​ໄດ້​ຕິດ​ຜັນ​ກັບ​ບັນດາຮາກຖານ​ປຸງ​ແຕ່ງ; ​ເນື້ອທີ່​ດິນ​ປ່າ​ໄດ້​ຮັບ​ການ​ຄວບ​ຄຸມ, ພັດທະນາ​ປ່າ, ລາຍ​ຮັບ, ກຳ​ໄລ​ບັນລຸ​ສູງ​ພໍ​ສົມຄວນ. ທ່ານ​ຮອງ​ນາຍົກລັດຖະມົນຕີ ສະ​ເໜີ​ໃຫ້​ບັນດາ​ກະຊວງ, ຂະ​ແໜງ​ການ​ ​ແລະ ​ແຂວງ ກວ່າ​ງບິ່ງ ຄວນ​ສືບ​ຕໍ່​ເອົາ​ໃຈ​ໃສ່​ຄົ້ນຄວ້ານະ​ໂຍບາຍ​ກ່ຽວ​ກັບ​ການ​ຂຸດ​ຄົ້ນ​ຕິດ​ພັນ​ກັບ​ການ​ຄຸ້ມ​ຄອງ​ປ່າ​ຢ່າງ​ໝັ້ນຄົງ; ພິຈາລະ​ນາ​ກົນ​ໄກ​ນະ​ໂຍບາຍ​ກ່ຽວ​ກັບ​ວຽກ​ງານ​ປົກ​ປັກ​ຮັກສາ​ປາ ​ແລະ ນະ​​ໂຍບາຍ​ພັດທະນາ​ປ່າ​ຄືນ​ໃໝ່.

ຂ່າວ/ບົດ​ອື່ນ