ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸ໋ກ ຕອ້ນຮັບລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານປະທານປະເທດລາວ
ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸ໋ກຕ້ອນຮັບ
ທ່ານຫົວໜ້າຄະນະຊີ້ນຳສິດທິມະນຸດແຫ່ງຊາດລາວ ພົງສະຫວັດ ບຸບຜາ
(ພາບ: chinhphu.vn)
(vovworld) - ຫວຽດນາມຍາມໃດກໍ່ຖືເປັນສຳຄັນມູນເຊື້ອຕິດພັນ ແລະ ນ້ຳໃຈມິດຕະພາບແບບພິເສດ ລະຫວ່າງ 2 ພັກ, 2 ຊາດ ແລະ ປະຊາຊົນ 2 ປະເທດ ຫວຽດນາມ-ລາວໃນພາລະກິດສ້າງສາ, ປົກປັກຮັກສາ ແລະ ພັດທະນາປະເທດຊາດ. ນັ້ນແມ່ນການຢັ້ງຢືນຂອງ ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸ໋ກ ທີ່ການຕ້ອນຮັບທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານປະທານປະ ເທດ, ຫົວໜ້າຄະນະຊີ້ນຳສິດທິມະນຸດແຫ່ງຊາດລາວ ພົງສະຫວັດ ບຸບຜາ ພວມ ຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ ໃນຕອນບ່າຍວັນທີ 29/9. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸ໋ກ ຖືວ່າ: ບັນດາຂໍ້ມູນຂ່າວສານແບ່ງປັນ ລະຫວ່າງ 2 ຝ່າຍຈະປະກອບສ່ວນຍົກສູງປະສິດທິຜົນທາງດ້ານສິດທິມະນຸດຂອງແຕ່ລະປະເທດ. ພ້ອມທັງສ້າງປະຖົມປັດໄຈ ເພື່ອໃຫ້ 2 ຄະນະຊີ້ນຳສ້າງສາ, ຊຸກຍູ້ການພົວພັນຮ່ວມມືອັນຍາວນານ ແລະ ແກ້ໄຂບັນດາບັນຫາກ່ຽວກັບສິດທິມະນຸດເປັນປະຈຳ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈເວົ້າສະເພາະ ແລະ ເພີ່ມ ທະວີການຮ່ວມມື, ໜູນຊ່ວຍເຊຶ່ງກັນ ແລະ ກັນ ລະຫວ່າງ 2 ປະເທດໃນຂອບເຂດພາກພື້ນ ແລະ ສາກົນເວົ້າລວມ.