(vovworld) - ຕອນເຊົ້າວັນທີ 30/06, ທີ່ກອງປະຊຸມຄະນະບໍລິຫານງານສູງກາງຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ ຄັ້ງທີ 3, ຊຸດທີ 10, ທ່ານ ຫງວຽນທ້ຽນເຍີນ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ ໄດ້ໂອ້ລົມຫົວເລື່ອງສະເພາະ “ການສ້າງທ່າແຮງກ່ຽວກັບແຫຼ່ງຊັບພະຍາກອນມະນຸດ ແລະ ປະຊາທິປະໄຕ, ເສີມຂະຫຍາຍກາລະໂອກາດໂລກາພິວັດເພື່ອພັດທະນາໃຫ້ໄວ້ກວ່າ ແລະ ໝັ້ນຄົງ, ເຂັ້ມແຂງ”. ທ່ານຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນ ຊີ້ແຈ້ງວ່າ ບົດບາດຂອງການພັດທະນາແຫຼ່ງຊັບພະຍາກອນມະນຸດ ຈະຊ່ວຍສ້າງແຮງງານທີ່ມີສະມັດຕະພາບ, ປະສິດທິຜົນໃນທຸກຂົງເຂດ. ທ່ານຮອງນາຍົກລັດຖະມົນຕີ ຢືນຢັນວ່າ ໃນໄລຍະຜ່ານມາ ແຫຼ່ງຊັບພະຍາກອນມະນຸດຜ່ານການບຳລຸງສ້າງຂອງ ຫວຽດນາມ ໄດ້ເພີ່ມຂຶ້ນຢ່າງໄວ, ຈາກ 6 ລ້ານຄົນໃນປີ 2000 ຂຶ້ນເຖິງ 20,1 ລ້ານຄົນໃນປີ 2012. ນີ້ແມ່ນປະຖົມປັດໃຈສຳຄັນເພື່ອພັດທະນາ ແລະ ດຶງດູດການລົງທຶນຈາກຕ່າງປະເທດ. ທ່ານຮອງນາຍົກລັດຖະມົນຕີ ຊີ້ແຈ້ງວ່າ ຍາມໃດພັກ ແລະ ລັດ ກໍ່ເອົາໃຈໃສ່ພິເສດເຖິງການພັດທະນາແຫຼ່ງຊັບພະຍາກອນມະນຸດ ແລະ ວິທະຍາສາດ, ເຕັກໂນໂລຊີ ແລະ ໄດ້ສະແດງໃຫ້ເຫັນຜ່ານບັນດາແຜນນະໂຍບາຍ, ນະໂຍບາຍຄື: ຍຸດທະສາດພັດທະນາແຫຼ່ງຊັບພະຍາກອນມະນຸດຫວຽດນາມ ໄລຍະ 2011 – 2020, ຍຸດທະສາດພັດທະນາການສຶກສາ, ສອນວິຊາຊີບໄລຍະ 2011 – 2020, ໂຄງການແຫ່ງຊາດກ່ຽວກັບການພັດທະນາເຕັກໂນໂລຊີສູງຮອດປີ 2020, ໂຄງການພັດທະນາກະສິກຳນຳໃຊ້ເຕັກໂນໂລຊີສູງ... ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ ກໍສະເໜີບັນດາມາດຕະການແກ້ໄຂເພື່ອເສີມຂະຫຍາຍແຫຼ່ງຊັບພະຍາກອນມະນຸດໃນອະນາຄົດ.