ທ່ານຮອງນາຍົກລັດຖະມົນຕີ ຫວູວັນນິງ ຕ້ອນຮັບລັດຖະມົນຕີກະຊວງອຸດສາຫະກຳ, ບໍ່ແຮ່ ແລະ ການຄ້າ ອີຣານ

ທ່ານຮອງນາຍົກລັດຖະມົນຕີ ຫວູວັນນິງ ຕ້ອນຮັບລັດຖະມົນຕີກະຊວງອຸດສາຫະກຳ, ບໍ່ແຮ່ ແລະ ການຄ້າ ອີຣານ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ​
​ຕ້ອນຮັບ​ທ່ານລັດຖະມົນຕີ​ Mehdi Ghazanfari
(ພາບ: chinhphu.vn)


(vovworld) -  ວັນ​ທີ 15/05, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Mehdi Ghazanfari, ລັດຖະມົນຕີ​ກະຊວງ​ອຸດສາຫະກຳ, ບໍ່​ແຮ່ ​ແລະ ການ​ຄ້າ ອີຣານ ທີ່​ພວມ​ຢູ່​ຢ້ຽມຢາ​ມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ​ຊົມ​ເຊີຍ​ການ​ຢ້ຽມຢາມ​ຂອງ​ທ່ານ​ລັດຖະມົນຕີອີຣານ​ ທີ່​ໄດ້​ນຳ​ໜ້າ​ຄະນະ​ຜູ້​ແທນ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກຢູ່​ຫວຽດນາມ ​ກົງ​ກັບ​​ໂອກາດ​ສະ​ເຫຼີມສະຫຼອງ 40 ​ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ 2 ປະ​ເທດ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ຖື​ວ່າ ຫວຽດນາມ ​ແລະ ອີຣານ ຕ້ອງ​ຜັນ​ຂະຫຍາຍ​ບັນດາ​ຂັ້ນ​ຕອນ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ເຊິ່ງ 2 ປະ​​ເທດ​ມີ​ທ່າ​ແຮງ, ​ໂດຍ​ສະ​ເພາະ​ແມ່ນ​ເສດຖະກິດ, ການ​ຄ້າ. ທ່ານ​ຮອງ​ນາຍົກລັດຖະມົນຕີ ​ໄດ້້​ເຫັນ​ດີ​ຕໍ່ບັນດາ​ວິທີ​ການ​ຮ່ວມ​ມື​ດ້ານການ​ຄ້າ​ລະຫວ່າງ 2 ປະ​ເທດ ​ເຊິ່ງຝ່າຍ​ອີຣານ ຍົກ​ອອກ​ມາ ​ແລະ ສະ​ເໜີ​ໃຫ້ 2 ຝ່າຍ​ພ້ອມ​ກັນ​ແກ້​ໄຂ​ຂໍ້​ຕິດ​ຂັດ, ຍົກ​ສູງ​ວົງ​ເງິນ​ການ​ຄ້າ 2 ສົ້ນ. ຄຽງ​ຂ້າງ​ນັ້ນ, ຫວຽດນາມ ປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ອີຣານ ບົນ​ເວທີ​ສາກົນ. ທ່ານ​ລັດຖະມົນຕີ Mehdi Ghazanfari ​​ໄດ້​ສະ​ແດງ​ຄວາມ​ປາດ​ຖະໜາ​ວ່າ 2 ປະ​ເທດ​ຍູ້​ແຮງ​ການ​ຮ່ວມ​ມື, ມຸ້ງ​ໄປ​​ເຖິງຈຸດໝາຍ​ນຳ​ວົງ​ເງິນ​ການ​ຄ້າ 2 ສົ້ນ​ໃຫ້​ຂຶ້ນ​ເຖິງ 500 ລ້ານ USD/ປີ ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ