ທ່ານຮອງລັດຖະມົນຕີການຕ່າງປະເທດ ຮ່າກິມງອັກ ຕ້ອນຮັບຮອງລັດຖະມົນຕີການຕ່າງປະເທດ ອາເມລິກາ

(VOVWORLD) -ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຮ່າກິມງອັກ ຕີລາຄາສູງການຮ່ວມມືລະຫວ່າງ 2 ປະເທດໃນຫຼາຍຂົງເຂດ, ພິເສດແມ່ນດ້ານເສດຖະກິດການຄ້າ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ສາທາລະນະສຸກ
ທ່ານຮອງລັດຖະມົນຕີການຕ່າງປະເທດ ຮ່າກິມງອັກ ຕ້ອນຮັບຮອງລັດຖະມົນຕີການຕ່າງປະເທດ ອາເມລິກາ - ảnh 1ທ່ານຮອງລັດຖະມົນຕີການຕ່າງປະເທດຮ່າກິມງອັກ ຕ້ອນຮັບທ່ານນາງຮອງລັດຖະມົນຕີການຕ່າງປະເທດ ອາເມລິກາ ຮັບຜິດຊອບການຄວບຄຸມອາວຸດ ແລະ ຄວາມໝັ້ນຄົງສາກົນ Bonnie D.Jenkins
(ພາບ: TTXVN)

        ວັນທີ 08 ກັນຍາ, ທີ່ການຕ້ອນຮັບທ່ານນາງຮອງລັດຖະມົນຕີການຕ່າງປະເທດ ອາເມລິກາ ຮັບຜິດຊອບການຄວບຄຸມອາວຸດ ແລະ ຄວາມໝັ້ນຄົງສາກົນ Bonnie D.Jenkins ທີ່ພວມຢ້ຽມຢາມ ຫວຽດນາມ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຮ່າກິມງອັກ ຕີລາຄາສູງການຮ່ວມມືລະຫວ່າງ 2 ປະເທດໃນຫຼາຍຂົງເຂດ, ພິເສດແມ່ນດ້ານເສດຖະກິດການຄ້າ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ສາທາລະນະສຸກ, ການປ່ຽນແປງຂອງດິນຟ້າອາກາດ… ສ່ວນທ່ານນາງຮອງລັດຖະມົນຕີ Bonnie D.Jenkins ຢືນຢັນວ່າ ອາເມລິກາ ຖືການພົວພັນຄູ່ຮ່ວມມືຮອບດ້ານກັບ ຫວຽດນາມ ເປັນສຳຄັນ. ໃນນັ້ນ, ທ່ານຕີລາຄາສູງການປະກອບສ່ວນຂອງ ຫວຽດນາມ ໃນວິວັດທະນາການຕ້ານການແຜ່ຂະຫຍາຍອາວຸດນິວເຄຼຍທົ່ວໂລກ, ພ້ອມທັງຢືນຢັນຄວາມປາດຖະໜາຢາກເພີ່ມທະວີການຮ່ວມມືໃນບັນດາຂົງເຂດເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ພິເສດແມ່ນໃນແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ສາທາລະນະສຸກ ແລະ ການປ້ອງກັນ ຕ້ານໂລກລະບາດ, ຄວາມໝັ້ນຄົງທາງການບິນ, ພະລັງງານນິວເຄຼຍເພື່ອຈຸດປະສົງສັນຕິພາບ, ຊຸກຍູ້ບົດບາດຂອງແມ່ຍິງໃນສັນຕິພາບ ແລະ ຄວາມໝັ້ນຄົງ…

        ໂດຍສືບຕໍ່ການຢ້ຽມຢາມ ຫວຽດນາມ, ວັນທີ 09 ກັນຍາ, ທ່ານນາງຮອງລັດຖະມົນຕີການຕ່າງປະເທດ ອາເມລິກາ ຮັບຜິດຊອບການຄວບຄຸມອາວຸດ ແລະ ຄວາມໝັ້ນຄົງສາກົນ Bonnie D.Jenkins ໄດ້ໄປຢ້ຽມຢາມ, ເຮັດວຽກຢູ່ແຂວງ ກວາງຈີ້ ກ່ຽວກັບວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດຍັງບໍ່ທັນແຕກຫຼັງສົງຄາມ. ທ່ານນາງ Jenkins ສະແດງຄວາມປາດຖະໜາວ່າ ຈະສືບຕໍ່ຮ່ວມມືກັບທ້ອງຖິ່ນກ່ຽວກັບວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດຍັງບໍ່ທັນແຕກຫຼັງສົງຄາມຢ່າງແໜ້ນແຟ້ນກວ່າອີກ. ທ່ານນາງກໍ່ຕີລາຄາສູງບົດບາດໃຫຍ່ຫຼວງຂອງແມ່ຍິງໃນວຽກງານແກ້ໄຂ, ມ້າງທຳລາຍລະເບີດບໍ່ທັນແຕກຫລັງສົງຄາມໃນບໍລິເວນແຂວງ...

ຕອບກັບ

ຂ່າວ/ບົດ​ອື່ນ