ທ່ານເຈືອງເຕີນຊາງພົບ ປະກັບຜູ້ມີສິດເລືອກຕັ້ງ ເມືອງ 4 ນະຄອນໂຮ່ຈິມິນ

ທ່ານເຈືອງເຕີນຊາງພົບ ປະກັບຜູ້ມີສິດເລືອກຕັ້ງ ເມືອງ 4 ນະຄອນໂຮ່ຈິມິນ - ảnh 1

(ພາບ:truongtansang.net)

(vovworld)- ​ໂດ​ຍສືບ​ຕໍ່​ລາຍການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງພາຍຫລັງ​ກອງ​ປະຊຸມ​ສະ​ໄຫມ​ສາມັນ​ເທື່ອ​ທີ 5​, ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13, ວັນ​ທີ 25/6, ທ່ານປະທານ​ປະ​ເທດ​ເຈືອງເຕີນ​ຊາງ, ສສຊ ຊຸດ​ທີ 13 ​ແລະ ບັນດາ​ສະມາຊິກ​ໃນ​ຄະນະ ສສຊ ນະຄອນ​ໂຮ່ຈິ​ມິນ ​ໄດ້ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ 4 ນະຄອນ​ໂຮ່ຈິ​ມິນ. ນະ​ທີ່​ນີ້, ບັນດາ​ສະມາຊິກ​ໃນ​ຄະນະ ສສຊ ນະຄອນ​ໂຮ່ຈິ​ມິນ ​ໄດ້ລາຍ​ງານ​ຕໍ່​ຜູ້​ມີ​ສິດ​ເລືອກ​ຕັ້ງກ່ຽວ​ກັບ​ບາງ​ໝາກຜົນ​ຕົ້ນຕໍ​ຂອງກອງ​ປະຊຸມ​ສະ​ໄຫມ​ສາມັນ​ເທື່ອ​ທີ 5​, ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13 ທີ່​ຜ່ານ​ມາ. ​ກອງ​ປະຊຸມ​ຄັ້ງນີ້​ໄດ້ປະຕິບັດສຳ​ເລັດໂດຍ​ພື້ນຖານ​ບັນດາ​ເນື້ອ​ໃນ​ທີ່​ໄດ້​ວາງ​ອອກ​ເປັນ​ຢ່າງ​ດີ, ສະພາ​ແຫ່ງ​ຊາດ​ໄດ້​ປຶກສາ​ຫາລື ​ແລະ ຕັດສິນ​ບັນ​ດາ​ບັນຫາ​ສຳຄັນ​ຂອງ​ປະ​ເທດ​ຊາດ​ຄື: ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ມະຫາ​ພາກ, ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ວິ​ສາ​ຫະກິດ, ​ໃຫ້​ບຸລິມະສິດ​ແກ້​ການ​ແກ້​ໄຂ​ສົ້ນ​ອອກ​ໃຫ້​ຜະລິດ​ຕະພັນ​ກະ​ເສດ, ຄວມຄຸມ​ໜີ້​ເສຍ, ​ໄພ​ເງິນ​ເຟີ້​ເພື່ອ​ຊຸກຍູ້​ການ​ເຕີບ​ໂຕ. ​ກອງ​ປະຊຸມ​ສະ​ໄຫມ​ສາມັນ​ເທື່ອ​ທີ 5​, ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13 ​ໄດ້​ຮັບຮອງ​ເອົາ​ຮ່າງ​ກົດໝາຍ 9 ສະບັບ ​ແລະ ມະຕິ​ສຳຄັນ 8 ສະບັບ. ​ໃນ​ນັ້ນ, ໜ້າ​ສົນ​ໃຈ​ແມ່ນ​ສະພາ​ແຫ່ງ​ຊາດ​ໄດ້​ດຳ​ເນີນ​ການ​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ​ສຳລັບ 47 ຕຳ​ແໜ່​ງ​ສຳຄັນໂດຍສະພາ​ແຫ່ງ​ຊາດ​ເລືອກ​ຕັ້ງ ຫລື​ໃຫ້​ສັດຕະຍາບັນ​ສຳ​ເລັດ. ​ເລື່ອງ​ຮັບຮອງ​ເອົາມະຕິ​ດັ່ງກ່າວ​ໄດ້​ສະ​ແດງ​ໃຫ້​ເຫັນ​ການ​ປ່ຽນ​ໃໝ່​ທີ່​ສຳຄັນ​ໃນ​ຊີວິດ​ການ​ເມືອງ, ຮັບປະກັນ​ປະຊາທິປະ​ໄຕ​ໃນສະພາ​ແຫ່ງ​ຊາດ​, ປະກອບສ່ວນ​ຍົກ​ສູງ​ສິດ​ເປັນ​ເຈົ້າຂອງ ປຊຊ ຜ່ານ​ວິທີ​ຕີ​ລາຄາ​ຄວາມ​ໄວ້​ວາງ​ໃຈ​ໃນ​ການ​ປະຕິບັດ​ໜ້າ​ທີ່​ຂອງ​ຜູ້​ມີ​ສິດ​ອຳນາດ, ຕຳ​ແໜ່​ງ​ໃນ​ກົງຈັກ​ການ​ນຳ​ຂັ້ນສູງ​ຂອງ​ລັດ.

 

ຂ່າວ/ບົດ​ອື່ນ