ທ່ານເລຂາທິການໃຫຍ່,ທ່ານນາຍົກລັດຖະມົນຕີຫວຽດນາມຕ້ອນຮັບລັດຖະມົນຕີການຕ່າງປະເທດຈີນ

(VOVWORLD) -ຕອນບ່າຍວັນທີ 03 ພະຈິກ, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ, ໄດ້ໃຫ້ການຕ້ອນຮັບທ່ານຫວາງອີ້, ລັດຖະມົນຕີກະຊວງການຕ່າງປະເທດຈີນ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.
ທ່ານເລຂາທິການໃຫຍ່,ທ່ານນາຍົກລັດຖະມົນຕີຫວຽດນາມຕ້ອນຮັບລັດຖະມົນຕີການຕ່າງປະເທດຈີນ - ảnh 1  (ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຕ້ອນຮັບທ່ານຫວາງອີ້, ລັດຖະມົນຕີກະຊວງການຕ່າງປະເທດຈີນ)

ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ເນັ້ນໜັກວ່າ, ພັກ, ລັດ ຫວຽດນາມ ສະເໝີຕົ້ນສະເໝີປາຍຖືເປັນສຳຄັນການປັບປຸງ ແລະ ເສີມຂະຫຍາຍການພົວພັນມິດຕະພາບທີ່ເປັນມູນເຊື້ອ, ພ້ອມແລ້ວທີ່ຈະພ້ອມກັບຈີນ ມານະຍາຍາມນຳການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ຈີນ ໃຫ້ເຂົ້າສູ່ລວງເລິກ. ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ເນັ້ນໜັກວ່າ, ໃນໄລຍະຈະມາເຖິງ, 2 ຝ່າຍຄວນສືບຕໍ່ເພີ່ມທະວີການພົບປະລະຫວ່າງການນຳຂັ້ນສູງ 2 ປະເທດ, ຍູ້ແຮງການພົບລະຫວ່າງພັກ 2 ປະເທດ, ຊຸກຍູ້ການຮ່ວມມືບຳລຸງສ້າງພະນັກງານ, ການພົວພັນແລກປ່ຽນປະຊາຊົນ, ເພີ່ມທະວີການຮ່ວມມືໃນທຸກຂົງເຂດຢ່າງແທດຈິງ.

ສ່ວນທ່ານລັດຖະມົນຕີການຕ່າງປະເທດຈີນ ຫວາງອີ້ ຢືນຢັນວ່າ, ພັກ, ລັດຖະບານ ແລະ ປະຊາຊົນ ຈີນ ຖືເປັນສຳຄັນສາຍພົວພັນກັບ ຫວຽດນາມ, ຖືວ່າສອງປະເທດແມ່ນປະຊາຄົມຮ່ວມຊາຕາກຳທີ່ມີຄວາມໝາຍຍຸດທະສາດ.

          ທ່ານລັດຖະມົນຕີການຕ່າງປະເທດຈີນ ຫວາງອີ້ ປາຖະໜາວ່າສອງຝ່າຍພ້ອມກັນມານະພະຍາຍາມ, ເພີ່ມທະວີການຮ່ວມມືໃນທຸກຂົງເຂດ, ນຳມາເຊິ່ງຜົນປະໂຫຍດຢ່າງແທ້ຈິງໃຫ້ປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ຄວາມວັດທະນາຖາວອນຂອງພາກພື້ນ ແລະ ໂລກ.

          ແລະ ກໍ່ໃນຕອນບ່າຍວັນທີ 3 ພະຈິກ, ຢູ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ ລັດຖະມົນຕີການຕ່າງປະເທດຈີນ ຫວາງອີ້ ໃນໂອກາດທີ່ທ່ານມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.

ຕອບກັບ

ຂ່າວ/ບົດ​ອື່ນ