ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງຕ້ອນຮັບປະທານສະພາສູງແມັກຊິກໂກ

(VOVWORLD) -        ວັນທີ 20 ມັງກອນ, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານປະທານສະພາສູງ ແມັກຊິກໂກ Ernesto Cordero.

ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງຕ້ອນຮັບປະທານສະພາສູງແມັກຊິກໂກ - ảnh 1 ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງຕ້ອນຮັບປະທານສະພາສູງແມັກຊິກໂກ

(ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໄດ້ຕີລາຄາສູງບົດບາດ ແລະ ທີ່ຕັ້ງຂອງ ແມັກຊິກໂກ ຢູ່ພາກພື້ນອາເມລິກາ ລາຕິງ; ຢືນຢັນຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງຫວຽດນາມ ໃນການປັບປຸງ ແລະ ເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມືກັບລັດ, ສະພາແຫ່ງຊາດ, ບັນດາພັກການເມືອງ ແລະ ປະຊາຊົນແມັກຊິກໂກ ຢ່າງບໍ່ຢຸດຢັ້ງ. ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ສະເໜີໃຫ້ 2 ຝ່າຍມານະພະຍາຍາມເພີ່ມທະວີການພົວພັນ 2 ຝ່າຍ, ເສີມຂະຫຍາຍບັນດາກົນໄກຮ່ວມມື, ສົ່ງເສີມ ແລະ ຍູ້ແຮງການແລກປ່ຽນຄະນະຜູ້ແທນບັນດາຂະແໜງການ, ທຸກຂັ້ນ ແລະ ການເຄື່ອນໄຫວພົວພັນແລກປ່ຽນປະຊາຊົນ.

        ສ່ວນທ່ານປະທານສະພາສູງ ແມັກຊິກໂກ Ernesto Cordero ຢືນຢັນຄວາມປາດຖະໜາ ແລະ ຄວາມຕັດສິນໃຈຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືລະຫວ່າງ 2 ສະພາແຫ່ງຊາດ, 2 ລັດ ແລະ ປະຊາຊົນ 2 ປະເທດຫວຽດນາມ ແລະ ແມັກຊິກໂກ; ສະເໜີໃຫ້ 2 ຝ່າຍສືບຕໍ່ເສີມຂະຫຍາຍ ແລະ ນຳໃຊ້ບັນດາກາລະໂອກາດ, ຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງ ເພື່ອນຳການພົວພັນຮ່ວມມືຫຼາຍດ້ານໃຫ້ພັດທະນາກວ່າໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ