ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງພົບປະກັບບັນດາວິສາຫະກິດແຖວໜ້າຂອງຝລັ່ງ

(VOVWORLD) -ໃນຂອບເຂດການຢ້ຽມຢາມສ.ຝລັ່ງ ຢ່າງເປັນທາງການ, ຕອນເຊົ້າວັນທີ 27 ມີນາ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ໄດ້ມີການພົບປະກັບບັນດາວິສາຫະກິດແຖວໜ້າຂອງຝລັ່ງ.
ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງພົບປະກັບບັນດາວິສາຫະກິດແຖວໜ້າຂອງຝລັ່ງ - ảnh 1 (ພິທີລົງນາມໃນຂໍ້ຕົກລົງຮ່ວມມືລະຫວ່າງບໍລິສັດຫວຽດນາມ - ຝລັ່ງ)

ທີ່ການພົບປະ, ຜູ້ຕາງໜ້າບັນດາວິສາຫະກິດຝລັ່ງ ເນັ້ນໜັກວ່າ, ບັນດາວິສາຫະກິດຝລັ່ງ ໃຫ້ຄຳໝັ້ນສັນຍາຈະເພີ່ມທະວີການຮ່ວມມືກັບຄູ່ຮ່ວມມືຫວຽດນາມ, ນຳມາເຊິ່ງຜົນປະໂຫຍດໃຫ້ທັງ 2 ຝ່າຍ, ປະກອບສ່ວນຊຸກຍູ້ການພົວພັນລວມຂອງ 2 ປະເທດໃຫ້ພັດທະນາ.

        ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໃຫ້ຮູ້ວ່າ: ຫວຽດນາມ ຖືເປັນສຳຄັນ ແລະ ປາດຖະໜາຢາກເພີ່ມທະວີການຮ່ວມມືກັບບັນດາວິສາຫະກິດຂອງຝລັ່ງ. ເລື່ອງຫວຽດນາມ ຍູ້ແຮງການຫັນລັດວິສາຫະກິດເປັນຫຸ້ນສ່ວນກໍ່ພວມເປີດກາລະໂອກາດຫຼາຍຢ່າງທີ່ດູດດື່ມໃຫ້ແກ່ວິສາຫະກິດຝລັ່ງ. ທ່ານເລຂາທິການໃຫຍ່ປາດຖະໜາວ່າ, ບັນດາກຸ່ມບໍລິສັດໃຫຍ່ຂອງຝລັ່ງ ເພີ່ມທະວີຄວາມເອົາໃຈໃສ່ເພື່ອຄົ້ນຄວ້າ, ຊອກຮູ້ ແລະ ເປີດກວ້າງການຮ່ວມມືກັບຫວຽດນາມ ໃນໄລຍະຈະມາເຖິງ. ອຳນາດການປົກຄອງຈາກຂັ້ນສູນກາງ ລົງຮອດຂັ້ນທ້ອງຖິ່ນຂອງຫວຽດນາມ ຍາມໃດກໍ່ສ້າງເງື່ອນໄຂສະດວກທີ່ສຸດ ແລະ ຮັບປະກັນສິດຜົນປະໂຫຍດໃຫ້ບັນດານັກລົງທຶນຕ່າງປະເທດເວົ້າລວມ, ບັນດານັກລົງທຶນຝລັ່ງ ເວົ້າສະເພາະ.

        ແລະກໍ່ໃນຕອນເຊົ້າວັນດຽວກັນ, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໄດ້ຕ້ອນຮັບການນຳບັນດາກຸ່ມບໍລິສັດໃຫຍ່ຂອງຝລັ່ງ ເຂົ້າຢ້ຽມຂ່ຳນັບຕາມພິທີການທູດ.

ຕອບກັບ

ຂ່າວ/ບົດ​ອື່ນ