ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງຢ້ຽມຢາມເຂດຊຸມຊົນ
ຕາອີງ ແຂວງ ຢູນຫນານ
|
(vovworld)- ສືບຕໍ່ການຢ້ຽມຢາມຈີນ ຢ່າງເປັນທາງການ, ຕອນເຊົ້າວັນທີ 10/4, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປຢ້ຽມຢາມເຂດຊຸມຊົນ ຕາອີງ ຢູ່ແຂວງ ຢູນຫນານ. ພາຍຫລັງຢ້ຽມຢາມ, ຊອກຮູ້ສະພາບການຕົວຈິງ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຕີລາຄາສູງຮູບແບບການຜະລິດ, ຜົນງານຫນ້າປະທັບໃຈ ແລະບັນດາບົດຮຽນອັນລ້ຳຄ່າຂອງເຂດຊຸມຊົນ. ພະນັກງານ, ສະມາຊິກພັກ ແລະ ປະຊາຊົນ ເຂດຊຸມຊົມ ໄດ້ສ້າງຄວາມຮັ່ງມີ, ພັດທະນາເສດຖະກິດລວມໝູ່ ໂດຍປະຊາຊົນເປັນເຈົ້າ, ຮັບປະກັນສະຫວັດດີການ, ເບິ່ງແຍງດູແລສຸຂະພາບ, ການສຶກສາ, ຊີວິດທາງດ້ານວັດທະນະທຳໃຫ້ປະຊາຊົນທຸກຄົນ.
ຕອນບ່າຍວັນທີ 10/4, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກນະຄອນ ຄູນຫມີງ ກັບເມືອ ຮ່າໂນ້ຍ ສິ້ນສຸດການຢ້ຽມຢາມ ຈີນ ຢ່າງຈົບງາມ.