ທ່ານເລຂາທິການໃຫຍ່ຫງວຽນຟູ້ຈ້ອງ ລົງພົບປະກັບຜູ້ມີສິດເລືອກຕັ້ງນະຄອນຮ່າໂນ້ຍ


    ທ່ານເລຂາທິການໃຫຍ່ຫງວຽນຟູ້ຈ້ອງ ລົງພົບປະກັບຜູ້ມີສິດເລືອກຕັ້ງນະຄອນຮ່າໂນ້ຍ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫ​ຍ່ພັກ​ກອ​ມູ​ນິດ​ຫງວຽນ​ຟູ້​ຈ້ອງໃນ​ການ​ລົງ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຄັ້ງ​ໜຶ່ງ

(vovworld)-ຕອນ​ບ່າຍ​ວັນ​ທີ 12/10, ທ່ານ​ເລ​ຂາ​ທິ​ການ​ໃຫ​ຍ່ພັກ​ກອ​ມູ​ນິດ​ຫງວຽນ​ຟູ້​ຈ້ອງ, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ນະ​ຄອນ​ຮ່າ​ໂນ້ຍ​ພ້ອມ​ດ້ວຍ​ຄະ​ນະ ສ.ສ.ຊ ນະ​ຄອນ​ຮ່າ​ໂນ້ຍ​ໄດ້​ລົງ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ​ບາ​ດິງ ແລະ ໄຕ​ໂຮ່. ທ່ານ​ເລ​ຂາ​ທິ​ການ​ໃຫ​ຍ່ພັກ​ກອ​ມູ​ນິດ​ຫງວຽນ​ຟູ້​ຈ້ອງໄດ້​ເຫັນ​ດີ​ກັບ​ການ​ຕີ​ລາ​ຄາ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ກ່ຽວ​ກັບ​ສະ​ພາບ​ເສດ​ຖະ​ກິດ-ສັງ​ຄົມ​ຂອງ​ປະ​ເທດ​ຊາດ​ດ້ວຍ​ບັນ​ດາ​ການ​ຫັນ​ປ່ຽນ​ຢ່າງ​ຕັ້ງ​ໜ້າ. ພິ​ເສດ​ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ, ຫວຽດ​ນາມ​ຕ້ອງ​ກຽມ​ພ້ອມ​ຕ້ອນ​ຮັບ​ທັງ​ກາ​ລະ​ໂອ​ກາດ ແລະ ສິ່ງ​ທ້າ​ທາຍ​ໃນ​ວິ​ວັດ​ການ​ສ້າງ​ຕັ້ງ​ປະ​ຊາ​ຄົມ​ອາ​ຊຽນ ແລະ ຫວຽດ​ນາມ​ໄດ້​ເຊັນ​ສັນ​ຍາການ​ຄ້າ 2 ຝ່າຍຫຼາຍ​ສະ​ບັບ ກໍ​ຄື​ຫາ​ກໍ​ສຳ​ເລັດການ​ເຈ​ລະ​ຈາ​ສັນ​ຍາ TPP. ທ່ານ​ເລ​ຂາ​ທິ​ການ​ໃຫ​ຍ່ພັກ​ກອ​ມູ​ນິດ​ຫງວຽນ​ຟູ້​ຈ້ອງ​ເນັ້ນ​ໜັກ​ວ່າ :

    “ ພວກ​ເຮົາ​ຕ້ອງ​ສືບ​ຕໍ່​ປ່ຽນ​ໃໝ່​ທາງ​ດ້ານ​ຈິນ​ຕະ​ນາ​ການ, ກ່ຽວ​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ແລະ ກ່ຽວ​ກັບ​ພະ​ນັກ​ງານ. ກ້າວ​ເຂົ້າ​ສູ່​ປີ 2016, ແມ່​ນ​ວັນ​ຫວຽດ​ນາມ​ຄົບ​ຮອບ 30 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່ ແລະ  ກອງ​ປະ​ຊຸ​ມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ຈະ​ວາງ​ບັນ​ດາ​ໜ໊າ​ທີ່​ໃຫ້​ແກ່​ການ​ປ່ຽນ​ແປງ​ໃໝ່​ໃນ​ໄລ​ຍະ​ຕໍ​່ໄປ. ດັ່ງ​ນັ້ນ, ການ​ປ່ຽນ​ແປງໃໝ່​ຕ້ອງ​ຮອບ​ດ້ານ, ຄົບ​ຊຸດ ແຕ່ບໍ່​ຖືກ​ເຂວ​ທິດ, ຕ້ອງ​ກ້າວ​ເດີນ​ຢ່າງ​ຖ​ືກ​ທິດ. ”

ຂ່າວ/ບົດ​ອື່ນ