ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສະ​ຫະ​ປະ​ຊາ​ຊາດ ເລັ່ງ​ແກ້​ໄຂວິ​ກິດ​ການ ລ​ັດ​ເຊຍ - ຢູ​ແກຼນ ຜ່ານ​ບັນ​ດາ​ຊ່ອງ​ທາງ​ທີ່​​ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ພາບ

(VOVWORLD) -ວັນທີ 27 ມັງກອນ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ເລັ່ງໃຫ້ລັດເຊຍ ແລະ ຢູແກຼນຈົ່ງແກ້ໄຂບັນດາຄວາມເຄັ່ງຕຶງເຂດຊາຍແດນ ຜ່ານບັນດາຊ່ອງທາງເຊິ່ງສອງຝ່າຍໄດ້ເຫັນດີເປັນເອກະພາບ ແລະ ບັນດາຂອບເຂດທາງການທູດທີ່ມີຢູ່ແລ້ວ.

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສະ​ຫະ​ປະ​ຊາ​ຊາດ ເລັ່ງ​ແກ້​ໄຂວິ​ກິດ​ການ ລ​ັດ​ເຊຍ - ຢູ​ແກຼນ ຜ່ານ​ບັນ​ດາ​ຊ່ອງ​ທາງ​ທີ່​​ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ພາບ - ảnh 1ທ່ານເລຂາທິການໃຫຍ່ ສປຊ Antonio Guterres (ພາບ: TTXVN)

ແລະ ກໍ່ໃນວັນດຽວກັນ, ທ່ານ Stephane Dujarric ໂຄສົກຂອງ ສປຊ ໃຫ້ຮູ້ວ່າ ທ່ານເລຂາທິການໃຫຍ່ ສປຊ Antonio Guterres  ເຊື່ອໝັ້ນວ່າ ສອງຝ່າຍຈະບໍ່ປະໃຫ້ເກີດການປະທະກັນທາງການທະຫານ, ພ້ອມທັງສົ່ງເສີມໃຫ້ຝ່າຍຝ່າຍຈົ່ງອີງໃສ່ທາງການທູດ, ນຳໃຊ້ບັນດາຊ່ອງທາງ ແລະ ບັນດາຂອບເຂດທີ່ມີຢູ່ແລ້ວ ເຊິ່ງສອງຝ່າຍໄດ້ເຫັນດີເປັນເອກະພາບ ກໍ່ຄືທຸກວິທີການແກ້ໄຂທາງການທູດ ທີ່ອາດຈະແກ້ໄຂ ວິກິດການທີ່ພວມເກີດຂຶ້ນໄດ້.

ທ່ານ Dujarric ກໍ່ໃຫ້ຮູ້ວ່າ ທ່ານເລຂາທິການໃຫຍ່ ສປຊ ພວມຕິດຕາມການຜັນແປຂອງວິກິດການ ຢ່າງໃກ້ຊິດ ແລະ ໄດ້ຕິດຕໍ່ພົວພັນ, ເຊື່ອມຕໍ່ກັບເອກອັກຄະລັດຖະທູດ ບັນດາປະເທດທີ່ກ່ຽວຂ້ອງຢູ່ ສປຊ ເພື່ອປຶກສາຫາລື ຊອກຫາວິທີການແກ້ໄຂ.

ຕອບກັບ

ຂ່າວ/ບົດ​ອື່ນ