ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຢ້ຽມຢາມນະຄອນ Mumbai, ປະເທດອີນເດຍ

ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຢ້ຽມຢາມນະຄອນ Mumbai, ປະເທດອີນເດຍ - ảnh 1
(ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ
​ໄດ້​ໄປ​ຮອດ​ນະຄອນ Mumbai)


(vovworld) - ​ໂດຍ​ສືບ​ຕໍ່​ການ​ຢ້ຽມຢາມ​ທາງ​ລັດຖະກິດອີນ​ເດຍ, ຕອນ​ຄໍ່າ​ວັນ​ທີ 21/11, ທ່ານ​ເລຂາທິການ​​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟຸຈ້ອງ ​ແລະ ຄະນະ​ຜູ້​ແທນຂັ້ນ​ສູງ​ຫວຽດນາມ ​ໄດ້​ໄປ​ຮອດ​ນະຄອນ Mumbai. ຢູ່​ທີ່​ນີ້, ທ່ານ​ເລຂາທິການ​ໃຫຍ່ ຫງວຽນຟຸຈ້ອງ ​ໄດ້​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ວິ​ສາ​ຫະກິດ Mumbai ​ແລະ ພົບ​ປະກັບ​ຜູ້​ວ່າການ​ລັດ Maharashtra.

        ກ່ອນ​ໜ້າ​ນັ້ນ, ຕອນ​ບ່າຍ​ວັນ​ທີ 21/11, ຢູ່​ນະຄອນຫຼວງ New Deli, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ​ໄດ້​ມີ​ບັນດາ​ການ​ພົບ​ປະກັບ​ທ່ານ​ເລ​ຂາ​ທິການ​ໃຫຍ່​ພັກ​ກອມ​ມູນິດ​ອີນ​ເດຍ, ທ່ານ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ Mac xit ​ແລະ ທ່ານ​ຮອງ​ປະທານ​ພັກ​ປະຊາຊົນ​ອີນ​ເດຍ. ທີ່​ບັນດາ​ການ​ພົບ​ປະ​ດັ່ງກ່າວ, ການ​ນຳ​​ພັກຕ່າງໆ​ຂອງ​ອີນ​ເດຍ ລ້ວນ​ແຕ່​ຖື​ວ່າ ຫວຽດນາມ - ອີນ​ເດຍ ຄວນ​ສືບ​ຕໍ່​ເພີ່ມ​ທະວີ​ບັນດາ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ຄະນະ​ຜູ້​ແທນ, ​ແລກປ່ຽນ​ຂໍ້​ມູນຂ່າວສານ, ​ແລກປ່ຽນ​ກ່ຽວ​ກັບ​ບັນດາ​ບັນຫາ​ທິດ​ສະ​ດີ, ບົດຮຽນ​ຕົວ​ຈິງ ​ແລະ ສົມທົບ​ກັນ​ຢູ່​​ເວທີ​ປາ​ໄສ​ຕ່າງໆ​ຢ່າງ​​ແໜ້ນ​​ແຟ້ນ. ການ​ນຳ​ພັກ​ຕ່າງໆ​ຂອງ​ອີນ​ເດຍ ​ຢືນຢັນ​ວ່າ ຈະ​ມານະ​ພະຍາຍາມ​ປະກອບສ່ວນ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເຂົ້າ​ໃນ​ການ​ປັບປຸງ, ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ