(vovworld) – ໃນລະຫວ່າງວັນທີ 4 – 5/1, ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ໋ຈ້ອງ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ອຽນບ໋າຍ. ຕອນເຊົ້າວັນທີ 5/1, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເຮັດວຽກກັບຄະນະປະຈຳພັກແຂວງ ແລະ ພະນັກງານຂອງແຂວງ ອຽນບ໋າຍ. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ສະເໜີໃຫ້ແຂວງສືບຕໍ່ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກ ແລະ ບັນດາມະຕິຂອງສູນກາງ, ເສີມຂະຫຍາຍປະສິດທິຜົນບັນດາຄວາມສາມາດບົ່ມຊ້ອນ ແລະ ທ່າແຮງ ພິເສດແມ່ນກ່ຽວກັບການຄຸ້ມຄອງ, ນຳໃຊ້, ຂຸດຄົ້ນຊັບພະຍາກອນ, ປ່າ, ທີ່ດິນ, ຮັກສາສິ່ງແວດລ້ອມ, ເບິ່ງແຍງດູແລການດຳລົງຊີວິດຂອງປະຊາຊົນຢູ່ເຂດພູສູງ, ເຂດຊົນເຜ່ົາສ່ວນໜ້ອຍທີ່ຍັງປະສົບກັບຄວາມຫຍຸ້ງຍາກ, ລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກແບບຍືນຍົງເທື່ອລະກ້າວ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ກໍໄດ້ຮຽກຮ້ອງໃຫ້ອົງຄະນະພັກແຂວງ ອຽນບ໋າຍ ປະຕິບັດວຽກງານກໍ່ສ້າງພັກ, ກໍ່ສ້າງລະບົບການເມືອງເປັນຢ່າງດີ.
ກ່ອນໜ້ານັ້ນ, ທີ່ການເຮັດວຽກຢູ່ສຳນັກງານຕາແສງ ຈາມເຕົ໋າ (Tram Tau), ເມືອງ ຈາມເຕົ໋າ, ທ່ານ ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງໄດ້ຊົມເຊີຍ ແລະ ຕີລາຄາສູງບັນດາຄວາມມານະພະຍາຍາມຂອງພະນັກງານ ແລະ ປະຊາຊົນບັນດາເຜົ່າ ເມືອງ ຈາມເຕົ໋າ ໃນການຫຼຸດພົ້ນອອກຈາກຄວາມທຸກຍາກ, ສ້າງຊີວິດການເປັນຢູ່, ລົບລ້າງບັນດາຮີດຄອງປະເພນີທີ່ລ້າຫຼັງ ເທື່ອລະກ້າວ. ນີ້ແມ່ນປັດໄຈຕັດສິນ ເພື່ອເສີມຂະຫຍາຍປະສິດທິພາບແຫຼ່ງເງິນລົງທຶນຂອງລັດຖະບານ ຢ່າງມີປະສິດທິຜົນຂອງແຂວງ ອຽນບ໋າຍ. ທ່ານກ່າວວ່າ:
“ທຶນຈາກລັດ ເຖິງວ່າລົງທຶນຫຼາຍຄືແນວໃດ ແຕ່ວ່າຖ້າຫາກມີແຫຼ່ງກຳລັງຕົວຈິງຢູ່ກັບທີ່, ແຫຼ່ງທຶນຂອງລັດ ຈະໜູນຊ່ວຍຕື່ມອີກຫຼາຍຢ່າງ. ສິ່ງທີ່ເປັນພື້ນຖານທີ່ສຸດແມ່ນຕົນເອງຕ້ອງພັດທະນາ. ພັດທະນາດ້ວຍກຳລັງຂອງຕົນ, ດ້ວຍລະດັບຄວາມຮູ້ຂອງຕົນ, ດ້ວຍການຈັດຕັ້ງການຜະລິດຂອງຕົນ. ປະຊາຊົນບັນດາເຜົ່າຂອງແຂວງ ຍາມໃດກໍ່ເປັນຫ່ວງໄຍ, ຊອກຫາ, ບໍ່ຍອມທຸກຍາກ ແລະ ໄດ້ຊອກຫາທຸກໆວິທີເພື່ອຫຼຸດຜົ້ນອອກຈາກຄວາມທຸກຍາກແມ່ນສິ່ງດີຫຼາຍ.”