ທ່ານເລຂາທິການໃຫຍ່ ຫງວຽນຟຸ໋ຈ້ອງ ສິ້ນສຸດການຢ້ຽມຢາມທາງລັດຖະກິດຢູ່ ກູບາ ຢ່າງຈົບງາມ

(VOVWORLD) - ຕອນຄ່ຳວັນທີ 30 ມີນາ (ຕາມເວລາທ້ອງຖິ່ນ), ທ່ານເລຂາທິການໃຫຍ່ ຫງວຽນຟຸ໋ຈ້ອງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ອອກຈາກນະຄອນ Santiago De Cuba, ສິ້ນສຸດການຢ້ຽມຢາມທາງລັດຖະກິດຢູ່ ສ.ກູບາ ຢ່າງຈົບງາມ.
 

ສິ້ນສຸດການຢ້ຽມຢາມ, ທ່ານເລຂາທິການໃຫຍ່ ຫງວຽນຟຸ໋ຈ້ອງ ໄດ້ສົ່ງໂທລະເລກຂອບໃຈ ທ່ານເລຂາທີ 1 ຄະນະບໍລິຫານງານສູນກາງພັກກອມມູນິດ ກູບາ, ປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີ ສ.ກູບາ Raul Castro Ruz. ໃນໂທລະເລກ, ທ່ານເລຂາທິການໃຫຍ່ ຫງວຽນຟຸ໋ຈ້ອງ ໃຫ້ຮູ້ວ່າ: ການຢ້ຽມຢາມໄດ້ສ້າງໄມຕີຈິດອັນເລິກເຊິ່ງ, ເປັນພະຍານຫຼັກຖານທີ່ຊີວິດຊີວາຂອງການພົວພັນແບບພິເສດລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດ ຫວຽດນາມ - ກູບາ. ທ່ານເລຂາທິການໃຫຍ່ ເຊື່ອໝັ້ນວ່າ ດ້ວຍໝາກຜົນແຫ່ງການຢ້ຽມຢາມໃນຄັ້ງນີ້ ຈະປະກອບສ່ວນສຳຄັນເຂົ້າໃນການສືບທອດ ແລະ ເສີມຂະຫຍາຍນ້ຳໃຈສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອ ຫວຽດນາມ - ກູບາ, ພິເສດ ຈະຊຸກຍູ້ ແລະ ຍົກສູງປະສິດທິຜົນແຫ່ງການຮ່ວມມືລະຫວ່າງ 2 ປະເທດພວກເຮົາໃນໄລຍະໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ