ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢູ່ ລາຊະອານາຈັກ ອັງກິດ
(ພາບ: ສຳນັກຂ່າວສານຫວຽດນາມ)
(vovworld) – ຕອນບ່າຍວັນທີ 24/1, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ມາຮອດ ຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມ ລາຊະອານາຈັກ ແບນຊິກ ແລະ ສະຫະພາບ ເອີລົບ, ຢ້ຽມຢາມທາງລັດຖະກິດ ສ ອີຕາລີ, ຢ້ຽມຢາມລາຊະອານາຈັກ ອັງກິດ ແລະ ໄອແລນເໜືອ ແຕ່ວັນທີ 17 – 24/1/2013 ຢ່າງເປັນທາງການ. ນີ້ແມ່ນການຢ້ຽມຢາມທີ່ມີລັກສະນະປະຫວັດສາດ, ແມ່ນການຢ້ຽມຢາມທຳອິດຂອງ ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເຖິງບາງປະເທດ ເອີລົບ ຕາເວັນຕົກໃນຖານະຕຳແໜ່ງແມ່ນຜູ້ນຳພັກກອມມູນິດຫວຽດນາມ. ການຢ້ຽມຢາມຄັ້ງນີ້ ເພື່ອແນໃສ່ສືບຕໍ່ຜັນຂະຫຍາຍແນວທາງການພົວພັນຕ່າງປະເທດເອກະລາດ ອະທິປະໄຕ, ສັນຕິພາບ, ການຮ່ວມມື ແລະ ພັດທະນາ, ຫັນເປັນຫຼາຍຮູບຫຼາຍແບບການພົວພັນຕ່າງປະເທດຂອງພັກ ແລະ ລັດ ຫວຽດນາມ ຢ່າງຄົບຊຸດ, ຮອບດ້ານ, ຢັ້ງຢືນແຜນນະໂຍບາຍຖືການຊຸກຍູ້, ການພັດທະນາການພົວພັນລະຫວ່າງ ຫວຽດນາມ ກັບ ອີຢູ ແລະ ກັບບັນດາປະເທດມີບົດບາດສຳຄັນຢູ່ ເອີລົບ ເປັນສຳຄັນ. ພາຍຫຼັງພາກຂ່າວ, ເຊີ່ນທ່ານຮັບຟັງບົດ ທີ່ພາດຫົວຂໍ້ວ່າ “ກຳລັງໜູນແຫ່ງການພັດທະນາການພົວພັນລະຫວ່າງ ຫວຽດນາມ ກັບບັນດາປະເທດ ເອີລົບ ຕາເວັນຕົກ.